ບ​ຣູ​ໄນ​ຈັດ​ງານ​ວາງ​ສະ​ແດງ​ຜະ​ລິດ​ຕະ​ພັນ​ມຸ​ສ​ລິມ
2017-08-25 11:28:01  cri 
ກ່ອນ​ໜ້າ​ນີ້​ບໍ່​ດົນ, ງານ​ວາງ​ສະ​ແດງ​ຜະ​ລິດ​ຕະ​ພັນ​ມຸ​ສ​ລິມ​ບ​ຣູ​ໄນ 2017 ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ບັນ​ດາ​ເ​ສ​ຣີ​ເບ​ກາ​ວັນ​ ແລະ ດຳ​ເນີນ​ເປັນ​ເວ​ລາ 3 ວັນ​ນັ້ນ​ໄດ້​ເນັ້ນ​ສົ່ງ​ເສີມ​ການ​ແລກ​ປ່ຽນ​ລະ​ຫວ່າງ​ຜູ້​ປະ​ກອບ​ການ​ຂະ​ແໜງ​ການ​ຜະ​ລິ​ດ​ຕະ​ພັນ​ມຸ​ສ​ລິມ​ທັງ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ ທັງ​ສົ່ງ​ເສີມ​ການ​ພັດ​ທະ​ນາ​ຂະ​ແໜງ​ການ​ດັ່ງ​ກ່າວ​ຂອງ​ປະ​ເທດ​ຕົນ.

ຂ່າວ​ແຈ້ງວ່າ: ປີ 2016 ຜ່ານ​ມາ, 35ວິ​ສາ​ຫະ​ກິດ​ມຸ​ສ​ລິມ​ບ​ຣູ​ໄນ ​ທີ່​ປະ​ກາດລາຍ​ຮັບ​ນັ້ນ​​ສາ​ມາດສ້າງ​ວຽກ​ເຮັດ​ງານ​ທຳ​ໄດ້ 835 ຕຳ​ແໜ່ງ​ແລະ​ສ້າງ​ລາຍ​ຮັບ​ຈາກ​ການ​ຈຳ​ໜ່າຍ​ປະ​ມານ 64 ລ້ານ 6 ແສນ 6 ໝື່ນ​ໂດ​ລາ​ສະ​ຫະ​ລັດ.

ທ່ານ​ອາ​ສ​ມິນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ພະ​ລັງ​ງານ​ແລະ​ອຸດ​ສາ​ຫະ​ກຳ​ ​ບ​ຣູ​ໄນ​ຢືນ​ຢັນ​ໃນ​ພິ​ທີ​ເປີດ​ງານ​ວາງ​ສະ​ແດງວ່າ: ບ​ຣູ​ໄນ​ໄດ້ຫຼຸດ​ເວ​ລາ​​​ການຂໍ​ໃບ​ຢັ້ງ​ຢືນ​​ຄຸນ​ນະ​ພາບອາ​ຫານ​ມຸ​ສ​ລິມ​ຈາກ ກວ່າ 6 ເດືອນ​ໃນ​ເມື່ອ​ກ່ອນ ​ເຫຼືອ​ພຽງ 45 ວັນເທົ່າ​ນັ້ນ ແລະ​ເປົ້າ​ໝາຍ​ໃນ​ປັດ​ຈຸ​ບັນ​ກໍ​ຄື​ສືບ​ຕໍ່ຫຼຸດ​ເວ​ລາ​ຂໍ​ໃບ​ຢັ້ງ​ຢືນ​ໃຫ້​ໜ້ອຍ​ລົງ​ເຄິ່ງ​ໜຶ່ງ ທັງ​ຮັກ​ສາ​​ລະ​ບົບ​ການ​ຂໍ​ໃຫ້​ມີ​ປະ​ສິດ​ທິ​ພາບ​ສູງ​ແລະ​ໂປ່ງ​ໃສອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ