ຈີນມອບ​ອຸ​ປະ​ກອນການ​ປິ່ນ​ປົວພະ​ຍາດ​ໄຂ້​ຫວັດ H1N1 ​​ສາຍ A ​ໃຫ້ມຽນ​ມາ​
2017-08-25 15:56:45  cri 

ຕາມ​ຂ່າວ​ສານ​ຊິນ​ຮ​ວາ: ວັນ​ທີ 24 ສິງ​ຫາ​ນີ້, ​ອຸ​ປະ​ກອນການ​ປິ່ນ​ປົວ​ພະ​ຍາດ​ໄຂ້​ຫວັດ H1N1 ​​ສາຍ A ທີ່​ຈີນ​ຊ່ອຍ​ເຫຼືອ​​ສຸກ​ເສີນ​ໄດ້​ນຳ​ສົ່ງ​ເຖິງ​ຢາງ​ກຸງ ​ແລະ​ມອບ​ໃຫ້​​ແກ່​ມຽນ​ມາ​ແລ້ວ.

ໃນ​ພິ​ທີ​ມອບ​ຮັບ​ທີ່​ຈັດ​ຂຶ້​ນ​ຢູ່​ສະ​ໜາມ​ບິນ​ສາ​ກົນ​ຢາງ​ກຸງ, ທ່ານ​ຫົງ​ລ້ຽງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ມຽນ​ມາ​ກ່າວ​ວ່າ, ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນໄດ້​ເອົາ​ໃຈ​ໃສ່​​ຕິດ​ຕາມສະ​ພາບ​ການ​ລະ​ບາດ​ພະ​ຍາດ​ຢູ່ມຽນ​ມາ​ແລະ​ຈາກ​ການ​ປະ​ສານ​ງານຂອງ​ຂະ​ແໜງ​ການສອງ​ປະ​ເທດ, ສະ​ຖານ​ທູດ​ຈີນ​ປະ​ຈຳ​ມຽນ​ມາ​ແລະ​ກຸ່ມ​ຢາ​​ບໍ​ລິ​ສັດ​ການ​ຈີນ, ​ໄດ້​ນຳ​ສົ່ງ​ອຸ​ປະ​ກອນ​ການ​ປິ່ນ​ປົວ​ປະ​ກອບ​ມີ​ຜ້າ​ອັດ​ປາກ, ຢາ​ແລະ​ວັກ​ແຊງ​ທີ່​ມີ​ນ້ຳ​ໜັກ​ 28 ກວ່າໂຕນ​ແລະມີ​ມູນ​ຄ່າ 25 ລ້ານຢວນ​​ໄປ​ເຖິງ, ເຊື່ອ​ວ່າ​ຈະ​​ສາ​ມາດ​ຊ່ອຍມ​ຽນ​ມາ​​ສະ​ກັດ​ກັ້ນ​ການ​ລະ​ບາດ​ຂອງ​​ພະ​ຍາດໄຂ້​ຫວັດ H1N1 ​​ສາຍ A ໄດ້.

ເດືອນ​ກໍ​ລະ​ກົດ​ຜ່າມ​ມາ, ມຽນ​ມາ​​ໄດ້ເກີດ​​ການ​ລະ​ບາດພະ​ຍາດ​ໄຂ້​ຫວັດ H1N1 ​​ສາຍ A​ແລະ​ມາ​ເຖິງ ວັ​ນ​ທີ 23 ສິງ​ຫາ​ນີ້, ມີ 33 ຄົນ​ເສຍ​ຊີ​ວິດ​ຍ້ອນ​ພະ​ຍາດ​ດັ່ງ​ກ່າວ​ແລ້ວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ