ຈີນ-ອາ​ຊຽນ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​​ຊັບ​ພະ​ຍາ​ກອນ​ບໍ່​ແຮ່​
2017-08-25 17:25:19  cri 


ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​​ຊັບ​ພະ​ຍາ​ກອນ​ບໍ່​ແຮ່​ຈີນ-ອາ​ຊຽນ​ຄັ້ງ​ທີ 8 ປີ 2017 ໄດ້ຈັດ​ຂຶ້ນ​ຢູ່​ເມືອງ​ນານ​ນິງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ​ວ້າງກວາງ​ຊີ​​ຈີນ​ໃນ​ວັນ​ທີ 24 ສິງ​ຫາ​ນີ້ ໂດຍ​ບຸກ​ຄົນ​ວົງ​ການ​ການ​ເມືອງ​ແລະ​ການ​ຄ້າ​​ຈາກ​ຈີນ​ແລະ​ປະ​ເທດໃນ​ອາ​ຊຽນ​ເຊັ່ນ: ລາວ,ຫວຽດ​ນາມ,ອິນ​ໂດ​ເນ​ເຊຍ​,ຟີ​ລິບ​ປິນ,ໄທ​ແລະ​ອື່ນໆ​ປະ​ມານ 800 ທ່ານ​ເຂົ້າ​ຮ່ວມ. ແລະມີຫົວ​ຂໍ້​ "ສ້າງ​ສູນ​ຂໍ້​ມູນ​ຂ່າວ​ສານ​ຂະ​ແໜງ​ການ​ບໍ່​ແຮ່​ຈີນ-ອາ​ຊຽນ,ລົງ​ເລິກ​ການ​ສ້າງ​ເວ​ທີ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ຂອງ​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ". ຜູ້​ຊີ້​ນຳ​ຂະ​ແໜງ​ການ​ຊັບ​ພະ​ຍາ​ກອນ​ບໍ່​ແຮ່​ຂອງ​ຈີນ​ແລະ​ຫຼາຍ​ປະ​ເທດ​ໃນ​ອາ​ຊຽນ​ໄດ້​ຫາ​ລື​ຫົວ​ຂໍ້​ຕ່າງໆ​ເປັນ​ຕົ້ນ: ເລັ່ງ​ພັດ​ທະ​ນາ​ເສດ​ຖະ​ກິດຂະ​ແໜງ​ການບໍ່​ແຮ່ຂອງ​ພາກ​ພື້ນ​, ຮ່ວມ​ກັນ​ສ້າງ​ການ​ຮ່ວມ​ມື​ຂະ​ແໜງ​ການ​ບໍ່​ແຮ່​ແບບ​ສີ​ຂຽວ​ແລະ​ຍືນ​ຍົງ​ແລະ​ອື່ນໆ.

ທ່ານ ສາວ​ເວີ້ຍ​ຊິ່ງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຊັບ​ພະ​ຍາ​ກອນ​ທີ່​ດິນ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ: ປັດ​ຈຸ​ບັນ, ຈີນ​ແລະ​ອາ​ຊຽນ​ຕ່າງ​ກໍ​ໄດ້​ອອກ​ແຮງ​ຊຸກ​ຍູ້​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ​ແລະ​ຕົວ​ເມືອງ ເຊິ່ງຄຽງ​ຄູ່​ກັບ​​ການ​ຍົກ​ລະ​ດັບ​ເຂດ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ​ແລ້ວ,ການ​ຮ່ວມ​ມືໃນ​ຂະ​ແໜງ​ການ​ບໍ່​ແຮ່​ລະ​ຫວ່າງ​ສອງ​ຝ່າຍ​ຈະ​ພົບກັບ​ຕະ​ຫຼາດ​ທີ່ກວ້າງ​ຂວາງກວ່າ​ເກົ່າ,ເງື່ອນ​ໄຂ​ການ​ຄ້າ​ທີ່​ສ​ະ​ດວກ​ກວ່າ​ເກົ່າ​ແລະ​ສະ​ພາບ​ແວດ​ລ້ອມ​ທີ່​ມີ​ຄຸນ​ນະ​ພາບ​ສູງກວ່າ​ເກົ່າ. ຈາກ​ນີ້,ຈີນ​ແລະ​ອາ​ຊຽນ​ຄວນ​ກຳ​​ໂອ​ກາດ,ສະ​ແຫວງ​ຫາ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ,ລົງ​ເລິກ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍໃນ​ຂົງ​ເຂດ​ຂະ​ແໜງ​ການ​ບໍ່​ແຮ່​ຢ່າງ​ແທ້​ຈິງ​ແລະ​ຮອບ​ດ້ານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ