ນາ​ຍົກ​ມາ​ເລ​ເຊຍ​ຈະ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ​ໃນ​ເດືອນ​ໜ້າ
2017-08-25 14:32:26  cri 
ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ມາ​ເລ​ເຊຍ​ຖະ​ແຫຼງ​ໃນ​ວັນ​ທີ 24 ສິງ​ຫາ​ນີ້​ວ່າ, ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ, ທ່ານ​ນາ​ຈິບ ຕຸນ ຣາ​ຊັກ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​ຈະ​ເດີນ​ທາງຢ້ຽມ​ຢາມ​​ອາ​ເມ​ລິ​ກາ​ໃນ​ວັນ​ທີ 12 ກັນ​ຍາ​ທີ່​ຈະ​ມາ​ເຖິງ​ນີ້ ແລະ​ພົບ​ປະ​ກັບ​ທ່ານ​ໂດ​ນັນ ທ​ຣຳ.

ປີ 2017 ເປັນ​ປີ​ຄົບ​ຮອບ 60 ປີ​ແຫ່ງ​ການສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ມາ​ເລ​ເຊຍ​ແລະ​ອາ​ເມ​ລິ​ກາ, ທັງ​ສອງ​ປະ​ເທດ​ຫວັງ​ຈະ​ໄດ້​ຮ່ວມ​ກັນ​​ສະ​ເຫຼີມ​ສະຫຼອງວັນ​ສຳ​ຄັນ​ດັ່ງ​ກ່າວ, ທັງ​ນີ້ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​​ມີ​ຄວາມ​ແໜ້ນ​ແຟ້ນ ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ທ່ານ​ນາ​ຈິບ ແລະ​ປັດ​ຈຸ​ບັນ ອາ​ເມ​ລິ​ກາ​ແລະ​ມາ​ເລ​ເຊຍ​ໄດ້​ສ້າ​ງ​ສາຍ​ພົວ​ພັນ​ຄູ່​ຮອບ​ດ້ານ. ໃນ​ໂອ​ກາດ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ, ປະ​ມຸກ​ລັດ​ສອງ​ປະ​ເທດ​ຈະ​ເຈ​ລະ​ຈາ​​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ, ການປ​າບ​ປາມ​ລັດ​ທິ​ກໍ່​ການ​ຮ້າຍ​ແລະ​ລັດ​ທິ​ຫົວ​ຮຸນ​ແຮງ​ໃນ​​ທົ່ວ​ໂລກ, ການ​ຄ້າ​ແລະ​ການ​ລົງ​ທຶນ ແລະ​ອື່ນໆ.

ຂ່າວ​ແຈ້ງວ່າ, ທຳ​ນຽບ​ຂາວ​ອາ​ເມ​ລິ​ກາ​ກໍ​ໄດ້​ຖະ​ແຫຼງ​ຂ່າວ​ກ່ຽວ​ກັບ​ການ​ມາ​ຢ້ຽມ​ຢາມຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ ແລະ​ຖື​ມາ​ເລ​ເຊຍ​ເປັນ "ໜຶ່ງ​ໃນ​ຄູ່​ຮ່ວມ​ມື​ທີ່​​ແໜ້ນ​ແຟ້ນ​ທີ່​ສຸດ​ຂອງ​ອາ​ເມ​ລິ​ກາ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ