ສົບ​ທີ່​ທະ​ຫານ​ເຮືອ​ມາ​ເລ​ເຊຍ​ພົບ​ນັ້ນ​ບໍ່​ແມ່ນ​ທະ​ຫານ​ອາ​ເມ​ລິ​ກາ​ທີ່​ຫາຍ​ສາບ​ສູນ
2017-08-25 16:42:50  cri 
    ເຈົ້າ​ໜ້າ​ທີ່ກອງ​ທັບ​ເຮືອ​ອາ​ເມ​ລິ​ກາ​ປະ​ກາດ​ໃນ​ວັນ​ທີ 24 ສິງ​ຫານີ້​ວ່າ, ຫຼັງ​ສັນ​ລະ​ສູດ​ດ້ວຍ​ລະ​ບົບ​ນິ​ຕິ​ເວດ ເຫັນ​ວ່າ, ສົບ​ທີ່​ທະ​ຫານ​ເຮືອ​ມາ​ເລ​ເຊຍ​​ພົບ​ຫຼັງ​ຊ່ວຍ​ເຫຼືອ​ຢູ່​ເຂດ​ທະ​ເລ​ທີ່​ເກີດ​ອຸ​ບັດ​ເຫດ​ເຮືອ​ຕຳ​ກັນ​ນັ້ນ ບໍ່​ແມ່ນ​ທະ​ຫານ​ອາ​ເມ​ລິ​ກາ​ທີ່​ຫາຍ​ສາບ​ສູນ ແລະ​ຈາກນີ້, ອາ​ເມ​ລິ​ກາ​ຈະ​ສົ່ງ​ສົບ​ດັ່ງ​ກ່າວ​ຄືນ​ໃຫ້​ມາ​ເລ​ເຊຍ.

    ຄຳ​ປະ​ກາດ​ດັ່ງ​ກ່າວ​ຍັງ​ລະ​ບຸ​ວ່າ, ນັກ​ດຳ​ນ້ຳ​ທີ່​ກອງ​ເຄື່ອນ​ທັບ​ໄກ​ທີ 15 ຂອງກອງ​ທະ​ຫານ​ເຮືອ​ສູ້​ຮົບ​ເທິງ​ບົກ​ອາ​ເມ​ລິ​ກາ​ສົ່ງເພີ່ມ​​ໄປນັ້ນ ໄດ້​ເດີນ​ທາງ​ເຖິງ​ສິງ​ກະ​ໂປ​ແລ້ວ ເພື່ອ​ສະ​ໜັບ​ສະ​ໜູນ​ໜ້າ​ທີ່​ຊອກ​ຄົ້ນ​ພາຍ​ໃນ​ກຳ​ປັ່ນ​ຮົບ​ອາ​ເມ​ລິ​ກາ​ທີ່​ຖືກ​ເສຍ​ຫາຍ. ນອກນີ້, ທະ​ຫານ​ເຮືອ​ອາ​ເມ​ລິ​ກາ 4 ຄົນ​ທີ່​ຖືກ​ສົ່ງ​ໄປ​ປິ່ນ​ປົວ​ຢູ່​ໂຮງ​ໝໍ​ສິງ​ກະ​ໂປນັ້ນ ກໍ​ໄດ້​ອອກ​ໂຮງ​ໝໍ​ແລະ​ກັບ​ຄືນ​ກົມກອງ​ແລ້ວ.

    ວັນ​ທີ 21 ສິງ​ຫານີ້, ກຳ​ປັ່ນ​ຂັບ​ໄລ່​ຂີ​ປະ​ນາ​ວຸດ "ຈອນ S ແມັກ​ແຄນ" ຂອງ​ກອງ​ທັບ​ເຮືອ​ອາ​ເມ​ລິ​ກາ​ໄດ້​ຕຳ​ກຳ​ປັ່ນ​ບັນ​ທຸກ​ສິນ​ຄ້າ​ລຳ​ໜຶ່ງ​ຢູ່​ເຂດ​ທະ​ເລ​ພາກ​ຕາ​ເວັນ​ອອກ​ສິງ​ກະ​ໂປ ສົ່ງ​ຜົນ​ເຮັດ​ໃຫ້​ທະ​ຫານ​ອາ​ເມ​ລິ​ກາ​ຫາຍ​ສາບ​ສູນ 10 ຄົນ ແລະ​ບາດ​ເຈັບ 5 ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ