ຈີນ​ລາວ​ມຽນ​ມາ​ໄທ​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ​ໃນ​ການ​ລາດ​ຕະ​ເວນ​ຮ່ວມ​ຕາມ​ລຳ​ແມ່​ນ້ຳ​ຂອງ​ເທື່ອ​ທີ 61
2017-08-26 15:33:30  cri 
ວັນ​ທີ 25 ສິງ​ຫາ​ນີ້, ກຳ​ປັ່ນ​ປະ​ຕິ​ບັດ​ກົດ​ໝາຍ​ຈີນ 3 ລຳ​ໄດ້​ເຂົ້າ​ທຽບ​ທ່າ​ເຮືອ​ກ່ວນ​ເຫຼີຍ​ຈີນ ເຊິ່ງ​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ປະ​ຕິ​ບັດ​ໜ້າ​ທີ່​ລາດ​ຕະ​ເວນ​ຮ່ວມ​ຕາມ​ລຳ​ແມ່​ນ້ຳ​ຂອງ​ເທື່ອ​ທີ 61 ລະ​ຫວ່າງ​ຈີນ,ລາວ,ມຽນ​ມາ​ແລະ​ໄທ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ.

ໃນ​ໄລ​ຍະ​ ​ປະ​ຕິ​ບັດ​ໜ້າ​ທີ່, ເຈົ້າ​ໜ້າ​ທີ່​ບັນ​ຊາ​ການ​ສີ່​ປະ​ເທດ​ດັ່ງ​ກ່າວ​ໄດ້​ລົງ​ເລິກ​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ສືບ​ຕໍ່​ຮ່ວມ​ກັນ​ປາບ​ປາມ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ​ຕາມ​ລຳ​ແມ່​ນ້ຳ​ຂອງ​ໃນ​ໄລ​ຍະ​ນີ້, ຮ່ວມ​ກັນ​ຄົ້ນ​ຄວ້າ​ແລະ​ສ້າງ​ແຜນ​ດຳ​ເນີນ​ງານ​ໃນ​ບາດ​ກ້າວ​ຕໍ່​ໄປ, ປະ​ສານ​ສົມ​ທົບ​ຢ່າງ​ໃກ້​ຊິດ​ແລະ​ຮ່ວມ​ມື​ແບບ​ຄຽງ​ບ່າຄຽງ​ໄຫຼ່, ເພີ່ມ​ທະ​ວີ​ການ​ໂຄ​ສະ​ນາ​ແລະ​​ຄວາມເຂັ້ມ​ງວດ​ໃນ​ການ​ປະ​ຕິ​ບັດ​ກົດ​ໝາຍ, ເພີ່ມ​ກຳ​ລັງ​ຕຳຫຼວດ​ປະ​ຈຳ​ການ​ຢູ່​ຕາມ​ລຳ​ແມ່​ນ້ຳ​ຂອງ​ທີ່​ມີ​ຄວາມ​ສັບ​ສົນ​ອ່ອນ​ໄຫວ​ຕື່ມ​ອີກ​ເພື່ອ​ປ້ອງ​ກັນ​ການ​ເດີນ​ເຮືອ​ແລະ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ໃຫ້​ຈະ​ເລີນ​ເຕີບ​ໂຕ​ຂອງ​​ທາງ​ນ້ຳ​ຄຳ​ດັ່ງ​ກ່າວ.

ຂ່າວ​ແຈ້ງວ່າ: ​ໃນ​ໄລ​ຍະ​ປະ​ຕິ​ບັດ​ໜ້າ​ທີ່ຄັ້ງ​ນີ້, ໜ່ວຍ​ກຳ​ປັ່ນ​ລາດ​ຕະ​ເວນໄດ້​​ດຳ​ເນີນ​ການລາດ​ຕະ​ເວນ​ຮ່ວມ​ຕາມ​ເຂດ​ນ້ຳ​ສຳ​ຄັນ​ທີ່​ມີ​ຄວາມ​ອ່ອນ​ໄຫວເຊັ່ນ​ສາມ​ລ່ຽມ​ຄຳ, ບ້ານ​ຊຽງ​ກົກ ແລະ​ອື່ນໆ ເຊິ່ງ​ໄດ້​ເດີນ​ເຮືອ​ໃນ​ໄລ​ຍະ​ທາງ 604 ກິ​ໂລ​ແມັດ​ແລະ​ໃຊ້​ເວ​ລາ 34 ຊົ່ວ​ໂມງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ