ອະ​ດີດ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ຍິ່ງ​ລັກຫຼາຍ​ຄົນ​ຖືກ​ຕັດ​ສິນ​ຕັດ​ອິ​ດ​ສະຫຼະ​ພາບກວ່າ 30 ປີ
2017-08-26 16:48:54  cri 
ວັນ​ທີ 25 ສິງ​ຫາ​ນີ້, ສານ​ດີ​ກາ​ຂອງ​ໄທ​ໄດ້ຕັດ​ສິນ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ,ນັກ​ທຸ​ລະ​ກິດ​ໃນ​ໄລ​ຍະ​ທ່ານ​ນາງ​ຍິ່ງ​ລັກ​ຊິນ​ນະ​ວັດ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳອຳ​ນາດ​ນັ້ນ​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ຄະ​ດີ​​ຮັບ​ຈຳ​ນຳ​ເຂົ້າ ເຊິ່ງນອກ​ຈາກ​ຈຳ​ເລີຍ​ສອງ​ຄົນ​ໂຕນ​ໜີ​ແລ້ວ, ຈຳ​ເລີຍ​ອີກ 26 ຄົນ​ຕ່າງ​ກໍ່​ຖືກ​ຕັດ​ສິນ​ລົງ​ໂທດ, ໃນ​ນີ້ ທ່ານ​ບຸນ​ສົງ ເຕ​ຣິ​ຍະ​ພິ​ລົມ ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​​ການ​ຄ້າ​ຖືກ​ຕັດ​ສິນ​ຕັດ​ອິດ​ສະ​ຫຼະ​ພາບ​ເປັນ​ເວ​ລາ 42 ປີ.

ສານ​ດີ​ກາຂອງ​ໄທ​ໄດ້​ອອກ​ຖະ​ແຫຼງ​ການ​ວ່າ ຫຼັງ​ລັດ​ຖະ​ບານ​ຍິ່ງ​ລັກ ຊິນ​ນະ​ວັດ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຮັບ​ຈຳ​ນຳເຂົ້າ​ແລ້ວ​ໄດ້​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ ສະ​ເພາະ​ກິດ​ເພື່ອ​ສົ່ງ​ເສີມ​ການ​ຈຳ​ໜ່າຍ​ເຂົ້າ ໂດຍ​ເຊັນ​ສັນ​ຍາ​ຊື້​ຂາຍ​ລະ​ຫວ່າງ​ລັດ​ຖະ​ບານ​ກັບ​ບໍ​ລິ​ສັດ​ຕ່າງ​ປະ​ເທດ​ທີ່​ບໍ່​ໄດ້​ຮັບ​ການມອບ​ສິດ​ຈ​າກ​ລັດ​ຖະ​ບານ​ຕ່າງ​ປະ​ເທດ ເພື່ອ​ຈຳ​ໜ່າຍ​ເຂົ້າ​ໃຫ້​ບໍ​ລິ​ສັດ​ກ່ຽວ​ຂ້ອງ​ດ້ວຍ​ລາ​ຄາ​ຕ່ຳ​ກວ່າ​ລາ​ຄາ​ໃນ​ຕະຫຼາດ ເຊິ່ງ​ສ້າງ​ຜົນ​ເສຍ​ຫາຍ​ໃຫ້​ແກ່​​ປະ​ເທດ​ຕົນ, ພ້ອມ​ດຽວ​ກັນ​ນັ້ນ​ຍັງ​ໄດ້​ຂາຍ​ເຂົ້າ​ດ້ວຍ​ລາ​ຄາ​ຕ່ຳ​ໃຫ້​ນັກ​ທຸ​ລະ​ກິດ​ໄທ​ເພື່ອ​ກິນ​ກຳ​ໄລ ​ໂດຍເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ,ນັກ​ທຸ​ລະ​ກິດຫຼາຍ​ຄົນ​ໄດ້​ມີ​ສ່ວນ​ກ່ຽວ​ຂ້ອງ​ໃນ​ເລື່ອງ​ດັ່ງ​ກ່າວ.

ຕາມ​ແຜນ​ການ,ສານ​ດີ​ກາໄທ​ຈະ​ຕັດ​ສິນ​ຄະ​ດີ​ຮັບ​ຈຳ​ນຳເຂົ້າ​ຂອງ​ທ່ານ​ນາງ​ຍິ່ງ​ລັກ​ໃນ​ວັນ​ທີ 25 ສິງ​ຫາ​ນີ້ ແຕ່​ເນື່ອງ​ຈາກ​ນາງ​ຍິ່ງ​ລັກ​ບໍ່​ໄດ້​ອອກ​ສານ​ຈິ່ງ​ຈຳ​ຕ້ອງ​ເລື່ອນ​ເວ​ລາ​ໄປ​ຕັດ​ສິນ​ໃນ​ວັນ​ທີ 27 ກັນ​ຍາ​ໜ້າ​ນີ້ ຂະ​ນະ​ທີ່​ສານ​​ດີ​ກາ​ຍັງ​ໄດ້​ອອກ​ຄຳ​ສັ່ງ​ໝາຍ​ຈັບ​ນາງ​ຍິ່ງ​ລັກ. ມີ​ສື່ມວນ​ຊົນ​ລາຍ​ງານ​ວ່າ: ຍິ່ງ​ລັກ​ໄດ້​ໂຕນ​ໜີ​ອອກ​ຈາກ​ປະ​ເທດ​ໄທ​ແລ້ວ. ແຕ່​ວ່າ ຂ່າວ​ນີ້​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຢືນ​ຢັນ​ເທື່ອ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ