ການ​ຍິງ​ປະ​ທະ​ກັນຫຼັງ​ເກີດ​ເຫດ​ກໍ່​ການ​ຮ້າຍ​ຢູ່​ລັດ​ຍະ​ໄຂ່​ມຽນ​ມາ​ເຮັດ​ໃຫ້ 71 ຄົນ​ເສຍ​ຊີ​ວິດ
2017-08-26 16:55:14  cri 
ລັດ​ຖະ​ບານ​ແລະ​ກອງ​ທັບ​ປ້ອງ​ກັນ​ຊາດ​ມຽນ​ມາ​ໄດ້​ເປີດ​ເຜີຍ​ສະ​ພາບຫຼ້າ​ສຸດ​ຂອງ​ເຫດ​ການຫຼອນ​ໂຈມ​ຕີ​ແບບ​ກໍ່​ກາ​ນ​ຮ້າຍ​ທີ່​ເກີດ​ຂຶ້ນ​ຢູ່​ລັດ​ຍະ​ໄຂ່​ໃນ​ຕອນ​ບ່າຍ​ວັນ​ທີ 25 ສິງ​ຫາ​ນີ້​ວ່າ: ເຫດ​ການຫຼອນ​ໂຈມ​ຕີ​ພ້ອມ​ການ​ຍິງ​ປະ​ທະ​ກັນ​ລະ​ຫວ່າງ​ທະ​ຫານ​ຕຳຫຼວດ​ກັບ​ຜູ້​ກໍ່​ກາ​ນ​ຮ້າຍ​ທີ່​ເກີດ​ຂຶ້ນ​ຕໍ່​ມາ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 71 ຄົນ.

ກະ​ຊວງ​ສຳ​ນັກ​ທີ່​ປຶກ​ສາ​ແຫ່ງ​ລັດມຽນ​ມາ​ໄດ້​ປະ​ກາດ​ໃນ​ວັນ​ທີ 25 ສິງ​ຫາ​ນີ້​ວ່າ: ຕອນ​ຮຸ່ງ​ເຊົ້າ​ວັນ​ດັ່ງ​ກ່າວ​, ສະ​ຖາ​ນີ​ຕຳຫຼວດ,ປ້ອມ​ຍາມ​ຫຼາຍ​ແຫ່ງ​ຂອງ​ເມືອງມອງ​ດໍ​ແລະ​ແຫ່ງ​ອື່ນໆ​ຂອງ​ລັດ​ຍະ​ໄຂ່​ຖືກ​ກຸ່ມ​ກໍ່​ການ​ຮ້າຍຫຼອນ​ໂຈມ​ຕີ.ໃນ​ນີ້, ຢູ່​ເມືອງມອງ​ດໍ​ແລະ​ເມືອງ​ອື່ນໆ​ມີ​ປ້ອມ​ຕຳຫຼວດ 30 ແຫ່ງ​ຖື​ກຫຼອນ​ໂຈມ​ຕີ ສົ່ງ​ຜົນ​ເຮັດ​ໃຫ້ ຕຳຫຼວດ 10 ຄົນ, ທະ​ຫານ 1 ຄົນ​ແລະ​ພະ​ນັກ​ງານ​​ກົມ​ກວດ​ກາຄົນ​ເຂົ້າ​ເມືອງ 1 ຄົນ​ເສຍ​ຊີ​ວິດ, ນອກ​ນີ້, ມີ​ທະ​ຫານ​ຕຳຫຼວດ​ອີກ 11 ຄົນ​ໄດ້​ຮັບ​ບາດ​ເຈັບ, ໃນ​ນີ້ 3 ຄົນ​ບາດ​ເຈັບ​ສາ​ຫັດ ຂະ​ນະ​ທີ່​ຜູ້​ກໍ່​ການ​ຮ້າຍ 59 ຄົນ​ຖືກ​ຍິງ​ສັງ​ຫານ, 1 ຄົນ​ຖືກ​ຈັບຕົວ.

ກອງ​ບັນ​ຊາ​ການກອງ​ທັບ​ປ້ອງ​ກັນ​ຊາດ​ມຽນ​ມາ​ປະ​ກາດໃນ​ທີ 25 ສິງ​ຫາ​ນີ້​ວ່າ ມາ​ຮອດ​ເວ​ລາ 12 ໂມງ​ຂອງວັນ​ດັ່ງ​ກ່າວ, ກອງ​ທັບ​ປ້ອງ​ກັນ​ຊາດ​ແລະເຈົ້າ​ໜ້າ​ທີ່​ຕຳຫຼວດ​ຍັງ​ສືບ​ຕໍ່​ຍິງ​ຕໍ່​ສູ້​ກັບ​ກຸ່ມ​ກໍ່​ກາ​ນ​ຮ້າຍ​ຢູ່​ລັດ​ຍະ​ໄຂ່​.

ລັດ​ຍະ​ໄຂ່​ຕັ້​ງ​ຢູ່​ພາກ​ຕາ​ເວັນ​ຕົກ​ຂອງ​ມຽນ​ມາ, ປະ​ຊາ​ຊົນ​ສ່ວນ​ໃຫຍ່​ເປັນ​ຊາວ​ເຜົ່າ​ຍະ​ໄຂ່​ທີ່​ເຊື່ອ​ຖື​ສາ​ສະ​ໜາ​ພຸດ ແລະ​ຍັງ​ມີ​ຊາວ​ໂຣ​ຮິງ​ຢາ ທີ່​ເຊື່ອ​ຖື​ສາ​ສະ​ໜາ​ອິ​ສ​ລາມ​ເປັນ​ຈຳ​ນວນຫຼາຍ, ສອງ​ເຜົ່າ​ດັ່ງ​ກ່າວ​ມີ​ຄວາມ​ຂັດ​ແຍ້ງ​ກັນ​ມາ​ແຕ່​ດົນ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ