ເລ​ຂາ​ທິ​ການ​ໃຫຍ່​ສ​ປ​ຊ​ກ່າວ​ປະ​ນາມ​ເຫດ​ການຫຼອນ​ໂຈມ​ຕີ​ດ້ວຍ​ກຳ​ລັງ​ອາ​ວຸດ​ຢູ່​ມຽນ​ມາ
2017-08-26 16:58:47  cri 
ວັນ​ທີ 25 ສິງ​ຫາ​ນີ້, ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕີ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຜ່ານ​ໂຄ​ສົກ​ອອກ​ຖະ​ແຫຼງ​ການ​ເພື່ອ​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ເຫດ​ການຫຼອນ​ໂຈມ​ຕີ​ດ້ວຍ​ກຳ​ລັງ​ອາ​ວຸດ​ທີ່​ເກີ​ດ​ຂຶ້ນ​ຢູ່​ລັດ​ຍະ​ໄຂ່​ປະ​ເທດ​ມຽນ​ມາ​ໃນ​ວັນ​ດຽວ​ກັນ.
ຖະ​ແຫຼງການ​ລະ​ບຸ​ວ່າ: ທ່ານ​ກູ​ເຕີ​ເຣັ​ສ​ສະ​ແດງ​ຄວາມ​ເຫັນ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​ຄອບ​ຄົວ​ຜູ້​ປະ​ສົບ​ເຄາະ​ຮ້າຍ ແລະ​ຂໍ​ອວຍ​ພອນ​ໃຫ້​ຜູ້​ບາດ​ເຈັບ​ຈົ່ງ​ຟື້ນ​ຟູ​ສຸ​ຂະ​ພາບ​ໂດຍ​ໄວ. ທ່ານ​ປະ​ນາມຢ່າງ​​ຮຸນ​ແຮງຫຼັງ​ເກີດ​ເຫດ​ການຫຼອນ​ໂຈມ​ຕີ​​ຢູ່ລັດ​ຍະ​ໄຂ່ ແລະ​ຫວັງ​ວ່າ​ຜູ້​ກໍ່​ເຫດ​ດ້ວຍ​ຄວາມ​ຮຸນ​ແຮງ​ຄັ້ງ​ນີ້​ຈະ​ຖືກ​ຈັບ​ຕົວ​ນຳ​ໄປ​ລົງ​ໂທດ​ຕາມ​ກົດ​ໝາຍ​ໂດຍ​ໄວ.

ຖະ​ແຫຼງ​ການ​ລະ​ບຸ​ຕື່ມ​ວ່າ: ທ່ານ​ກູ​ເຕີ​ເຣັ​ສ​ໄດ້​ຕິດ​ຕາມ​ສະ​ຖາ​ນະ​ການ​ຢູ່​ລັດ​ຍະ​ໄຂ່​ປະ​ເທດ​ມຽນ​ມາ​ຢ່າງ​ໃກ້​ຊິດ​ມາ​ໂດຍ​ຕະຫຼອດ ທັງ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ເຜົ່າ​ຕ່າງໆ​ຢູ່​ເຂດ​ດັ່ງ​ກ່າວ​ມີ​ຄວາມ​ເຄັ່ງ​ຕຶງ​ຂຶ້ນ​ເລື້ອຍໆ. ທ່ານ​ກ່າວ​ຢ້ຳ​ວ່າ ຄວນ​ຊອກ​ຫາ​​ສາ​ເຫດແຫ່ງ​ຄວາມ​ຮຸນ​ແຮງ ທັງ​ເນັ້ນ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ຜ່ອນ​ຄາຍ​ຄວາມ​ເຄັ່ງ​ຕຶງ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ເຜົ່າ​ຕ່າງໆ ແລະ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ເຜົ່າ​ຢູ່​ລັດ​ຍະ​ໄຂ່​ຈົ່ງ​ເລືອກ​ເສັ້ນ​ທາງ​ສັນ​ຕິ​ພາບ. ຂະ​ນະ​ດຽວ​ກັນ, ກອງ​ກຳ​ລັງ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ຄວນ​ປົກ​ປ້ອງ​ປະ​ຊາ​ຊົນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ໃນ​ເວ​ລາ​ສະ​ກັດ​ກັ້ນ​ບໍ່​ໃຫ້​ອາ​ຊະ​ຍາ​ກອນກໍ່​ການຫຼອນ​ໂຈມ​ຕີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ