ກິດ​ຈະ​ກຳ​ທີ່​ໂຄ​ສະ​ນາ​ເຜີຍ​ແຜ່ " ​ຊຽງ​ໄຮ​ທີ່​ມີ​ສະ​ເໜ່ " ​ຈັດ​ຂຶ້ນ​ຢູ່​ບາງກອກ
2017-08-26 17:03:53  cri 

ວັນ​ທີ 25 ສິງ​ຫາ​ນີ້, ກິດ​ຈະ​ກຳ​​ໂຄ​ສະ​ນາເຜີຍ​ແຜ່ " ​ຊຽງ​ໄຮ​ທີ່​ມີ​ສະ​ເໜ່​ " ໄດ້​ເລີ່ມ​ຈັດ​ຂຶ້ນຢ່າງ​ເປັນ​ທາງ​ການ​ຢູ່​ຫໍ​ສະ​ໝຸດ​ນະ​ຄອນ​​ຫຼວງບາງກອກ​. ກິດ​ຈະ​ກຳ​ເທື່ອ​ນີ້​​ມີ​ຈຸດ​ປະ​ສົງ​ເພື່ອ​ປະ​ຕິ​ບັດ​ຂໍ້​ລິ​ເລີ່ມ " ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ ", ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ຊຽງ​ໄຮກັບບາງກອກ ເຊິ່ງ​ເປັນເມືອງ​ແຮກ​ສ່ຽວ.

ທານ​ຢາງ​ຢາງ ທີ່​ເປິ​ກ​ສາ​ການ​ເມືອງ​ຂອງ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ໄທ​ກ່າວ​ປາ​ໄສວ່າ, ປັດ​ຈຸ​ບັນ, ການ​ສ້າງ " ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ " ກຳ​ລັງ​ຄືບ​ໜ້າ​ຢ່າງ​ຮອບ​ດ້ານ​ຢູ່​ປະ​ເທດ​ທີ່​​ຢູ່​ລຽບຕາມ​ເສັ້ນ​ທາງ. " ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ " ບໍ່​ພຽງ​ແຕ່​ແມ່ນ​ເສັ້ນ​ທາງ​ແຫ່ງ​ການ​ເຊື່ອມ​ຈອດ​ພື້ນ​ຖານ​ໂຄງ​ລ່າງ​ແລະແລກ​ປ່ຽນ​ທາງ​ເສດ​ຖະ​ກິດ​ການ​ຄ້າເທົ່າ​ນັ້ນ, ຍິ່ງ​ແມ່ນ​ເສັ້ນ​ທາງ​​ທີ່​ ບັນ​ດາ​ປະ​ເທດ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​, ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈແລະ​ມິດ​ຕະ​ພາບ. ເຊື່ອ​ໝັ້ນ​ວ່າ​ພາຍ​ໃຕ້​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ​ຂອງ​ສອງ​ຝ່າຍ, ກິດ​ຈະ​ກຳ​ໂຄ​ສະ​ນາ​ເຜີຍ​ແຜ່​ເທື່ອ​ນີ້​ຈະ​ຊຸກ​ຍູ້​ການ​ແລ​ກ​ປ່ຽນ​​ວັດ​ທະ​ນະທຳ​ລະ​ຫວ່າງ​ຈີນ​ກັບ​ໄທ, ແລະ​ເພີ່ມ​ພະລັງ​ໃໝ່​​ເຂົ້າ​ໃນ​ການ​ຂະ​ຫຍ​າຍການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ໄທ.

​ໃນ​ໂອ​ກາດ​ຈັດ​ພິ​ທີ​ໄຂ​ກິດ​ຈະ​ກຳໄດ້​ຈັດ​ງານ​ວາງ​ສະ​ແດງ​ຮູບ​ຖ່າຍ " ​ຊຽງ​ໄຮ​ທີ່​ມີສະ​ເໜ່​ ", ຢູ່​ຫໍ​ສະ​ໝຸດ​ບາງກອກ​ຍັງ​ຈະ​ຈັດ​ງານ​ວາ​ງ​ສະ​ແດງ​ຫົວ​ຂໍ້​ຫຼັກ​ຊຽງ​ໄຮ​ທີ່​ເປັນ​ເວ​ລາ 1 ອາ​ທິດເພື່ອແນະ​ນຳ​ການ​ພັດ​ທະ​ນາ​ຂອງ​ຊຽງ​ໄຮ​ແລະ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຊຽງ​ໄຮ. ​ພ້ອມ​ກັນ​ນັ້ນໃນ​ 1 ອາ​ທິດ​ທີ່ເລີ່ມ​ແຕ່​ວັນ​ທີ 25 ສິງ​ຫາ​ນີ້ , ວິ​ທະ​ຍຸ Like FM103 ຂອງ​ບາງກອກ​ຍັງ​ຈະ​ອອກ​ອາ​ກາດ​ລາຍ​ການ " ອາ​ທິດ​ວິ​ທະ​ຍຸ​ຊຽງ​ໄຮ " ​ໃນ​ຕອນ​ຄ່ຳແຕ່​ລະ​ມື້, ​ເພື່ອແນະ​ນຳ​ຈິດ​ໃຈ​ປະ​ດິດ​ສ້າງ​ໃໝ່​ແລະ​ວັດ​ທະ​ນະ​ທຳ​ຫຼາຍ​​ເຄົ້າຂອງ​ຊຽງ​ໄຮ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ