ເວ​ທີ​ເປິກ​ສາ​ຫາ​ລື​ຂະ​ແໜງ​ການ​ບໍ່​ແຮ່​ຈີນ​-ອາ​ຊຽນ 2017 ໄດ້​ເຊັນ​ສັນ​ຍາ​ທີ່​ມີ​ມູນ​ຄ່າ 5 ຕື້ຢວນ
2017-08-26 17:04:38  cri 

ກອງ​ປະ​ຊຸມເຊັນ​ສັນ​ຍາ, ເຜີຍ​ແຜ່​ແລະ​ເປິກ​ສາໂຄງ​ການ​ຂອງ​ເວ​ທີ​ເປິກ​ສາ​ຫາ​ລື​​ຂະ​ແໜງການ​ບໍ່​ແຮ່​ຈີນ-​ອາ​ຊຽນ 2017 ທີ່​ຈັດ​ຂຶ້ນ​ຢູ່​ນານ​ນິງ ເຂດກວາງ​ຊີ​ວ່າ, ໃນເວ​ທີ​ເປິ​ກ​ສາ​ຫາ​ລື​ຄັ້ງ​ນີ້​ໄດ້​ມີ 10 ​ໂຄງການ​​ທີ່​ຈະເຊັນ​ສັນ​ຍາ,​ໂດຍ​ມີມູນ​ຄ່າ​​ທັງ​ໝົດ 5 ຕື້ 272 ລ້ານຢວນ. ໃນ​ຂະ​ນະ​ດຽວ​ກັນ, 17 ​ໂຄງການ​ບໍ່​ແຮ່​ທີ່ມາ​ຈາກ​ເຂດກວາງ​ຊີ, ແຂວງກວາງ​ຕຸ້ງ, ແຂວງ​ກຸ້ຍ​ໂຈ່ຍ, ແຂວງ​ກ່ານ​ຊູ້​ຂອງ​ຈີນແລະ​ໄທ, ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ​ໄດ້​ຮັບ​ການ​​ໂຄ​ສະ​ນາເຜີຍ​ແຜ່.

ໃນກອງ​ປະ​ຊຸມ​ເຊັນ​ສັນ​ຍາ, ເຜີຍ​ແຜ່, ເປິ​ກ​ສາ​ໂຄງ​ການ​ຂອງ​ເວ​ທີ​ເປິກ​ສາ​ຫາ​ລື​​ຂະ​ແໜງກາ​ນ​ບໍ່​ແຮ່​ຈີນ​-ອາ​ຊຽນ 2017, ສະ​ຫະ​ພັນຂະ​ແໜງ​ການ​ບໍ່​ແຮ່​ຈີນ​ແລະ​ສະ​ຫະ​ພັນ​ສະ​ມາ​ຄົມ​ຂະ​ແໜງ​ການ​ບໍ່​ແ​ຮ່​ອາ​ຊຽນ​ໄດ້​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ