ສະ​ເຫຼົ່າແຫ່ງ​ໜຶ່ງ​ຢູ່​ກາ​ບູນ​ຖືກ​ໂຈມ​ຕີ ​ເຮັດ​ໃຫ້ 13 ຄົນ​ເສຍ​ຊີ​ວິດ
2017-08-26 17:05:42  cri 

ວັນ​ທີ 25 ສິງ​ຫາ​ນີ້, ໂຄ​ສົກ​ກະ​ຊວງ​ພາຍ​ໃນ​ອັ​ຟ​ກາ​ນີ​ສະ​ຖານ​ກ່າວ​ວ່າ, ​ໃນ​ມື້​ດຽວ​ກັນ, ກຸ່ມປະ​ກອບ​ອາ​ວຸດ​ທີ່​ບໍ່​ຮູ້​ຖາ​ນະໄດ້​ໂຈມ​ຕີ​ສຸ​ເຫຼົ່າ​ອິດ​ສະ​ລາມ​ແຫ່​ງ​ໜຶ່ງ​ຢູ່​ກາ​ບູນ ນະ​ຄອນ​ຫຼວງ​ຂອງ​ອັ​ຟ​ກາ​ນີ​ສະ​ຖານ, ເຮັດ​ໃຫ້ 13 ຄົນ​ເສຍ​ຊີ​ວິດ, 38 ຄົນ​ບາດ​ເຈັບ.

ໂຄ​ສົກ​ກ່າວ​ວ່າ, ຕອນ​ບ່າຍ​ມື້​ດຽວ​ກັນ, ​ກຸ່ມ​ປະ​ກອບ​ອາ​ວຸດ​​ກຸ່ມ​ໜຶ່ງ​ໄດ້​ໂຈມ​ຕີ​​ສຸ​ເຫຼົ່າອິດ​ສະ​ລາມ​ແຫ່ງ​ໜຶ່ງ​ຢູ່​ກາ​ບູນ, ຍິງ​ປືນ​ໃສ່​ປະ​ຊາ​ຊົນ, ແລະ​ຍິງ​ປະ​ທະ​ກັບ​ພະ​ນັກ​ງານ​ຄວາມ​ປອດ​ໄພ.

ໂຄ​ສົກ​ກ່າວ​ວ່າ, ປັດ​ຈຸ​ບັນ, ການ​ຍິງ​​ປະ​ທະກັນ​ໄດ້​ສິ້ນ​ສຸດ​ລົງ, ​ກຸ່ມ​ປະ​ກອບ​ອາ​ວຸດ​ທີ່​ເຂົ້າ​ຮ່ວມ​ການ​ໂຈມ​ຕີ​​ກຸ່ມ​ນີ້ຖືກ​ຍິງ​ເສຍ​ຊີ​ວິດໝົດ, ຜູ້​ບາດ​ເຈັບ​ກໍ່​ຖືກ​ສົ່ງ​ໄປ​ໂຮງ​ໝໍ​ເພື່ອຮັບ​ການ​ປິ່ນ​ປົວ.

​​ກຸ່ມ IS ໄດ້​ປະ​ກາດ​ວ່າ​ຮັບ​ຜິດ​ຊອບ​ຕໍ່​ການ​ໂຈມ​ຕີ​ເທື່ອ​ນີ້​ໂດຍ​ຜ່ານ​ສື່ມວນ​ຊົນ​​ຂອງ​ຕົນ. ຫາງ​ສຽງ​ເຫັນວ່າ, ​ກຸ່ມ IS ໂຈມ​ຕີ​ສຸ​ເຫຼົ່າ​ອິດ​ສະ​ລາມ​ກໍ່​ເພື່ອ​ປຸກ​ປັ່ນ​ການ​ປະ​ທະ​ກັນ​​ລະ​ຫວ່າງນິ​ກາຍ​ສາ​ສະ​ໜາ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ