ສຸພາພອນ ສາວລາວຄົນທຳອິດເປັນມິສຢູນີເວີດລາວ
2017-08-27 12:06:01  cri 


(ສຸພາພອນ ສາວລາວຄົນທຳອິດເປັນມິສຢູນີເວີດລາວ)

 

ຕາມຂ່າວ CRI: ການປະກວດນາງງາມລາວຫລືມິສຢູນີເວີດລາວ 2017 ຮອບສຸດທ້າຍໄດ້ຈັດຂຶ້ນຢູ່ຫໍປະຊຸມແຫ່ງຊາດນະຄອນຫລວງວຽງຈັນໃນຄຳ່ຄືນວັນທີ 26 ສິງຫານີ້ໂດຍ ສຸພາພອນ ສົມວິຈິດ ຄອງມົງກຸດແລະກາຍເປັນມິສຢູນີເວີດລາວຄົນທຳອິດ. 

ຜົນການຕັດສິນປາກົດວ່າ ນາງ ສຸພາພອນ ສົມວິຈິດ ອາຍຸ 20 ປີແລະສູງ 178 ຊັງຕີແມັດ ເປັນຜູ້ຊະນະເລີດຄອງມົງກຸດມູນຄ່າ 80 ລ້ານກີບພ້ອມເງິນລາງວັນ 100 ລ້ານກີບທັງໄດ້ລາງວັນ ມິສເອລິກັນສ ແລະ ລາງວັນບຸກຄະລິກດີເດັ່ນຕື່ມອີກ. ຂະນະທີ່ນາງ ອອນອານົງ ຫອມສົມບັດ ອາຍຸ 22 ປີເປັນຮອງອັນດັບໜຶ່ງແລະນາງ ວາຣິສະລາ ຕັງສຸວັນ ອາຍຸ 27 ປີເປັນຮອງອັນດັບສອງພ້ອມໄດ້ຮັບລາງວັນຂວັນໃຈຊ່າງພາບໄປຄອງ.

1  2  3  4  5  6  7  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ