ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ຕີ​ລາ​ສູງ​ຕໍ່​ວຽກ​ງານ​ກະ​ກຽມ​ງານ​ໂອ​ລິມ​ປິກ​ລະ​ດູ​ໜາວປັກ​ກິ່ງ
2017-08-27 16:43:16  cri 



ຕອນ​ບ່າຍ​ວັນ​ທີ 26 ສິງ​ຫານີ້ ທ່ານ​ໂທ​ມັ​ສ ບາ​ຮ ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ໄດ້​ໄປ​ທັດ​ສະ​ນະ​ສຶກ​ສາ​ຢູ່​ສູນ​ກິ​ລາ ອູ​ເຄີ​ສົ່ງ​ແລະ​ບ່ອນ​ອື່ນໆໃນ​ນະ​ຄອນ​ຫຼວງປັກ​ກິ່ງ. ທ່ານ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ວຽກ​ງານ​ກະ​ກຽມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ໂດຍ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງການຈັດ​ງານ​ໂອ​ລິມ​ປິກ​ແບບ​ເປັນ​ມິດ​ກັບ​ທຳ​ມະ​ຊາດ, ແລະ​ທ່ານ​ຍັງ​ໄດ້​ຍ້ອງ​ຍໍ​ງານ​ກິ​ລາ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 13 ທີ່​ຈະ​ໄຂ​ຂຶ້ນ​ໃນ​ໄວໆ​ນີ້​ທີ່​ຍຶດ​ຖື​ທັດ​ສະ​ນະ​ ໃຫ້​ທົ່ວ​ປວງ​ຊົນມີ​ສ່ວນ​ຮ່ວມ​ກັບ​ການ​ກິ​ລາ.

ທ່ານ​ກ່າວ​ວ່າ, ວຽກ​ງານ​ກະ​ກຽມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ ແລະ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​​ປັກ​ກິ່ງ​ດີ​ເດັ່ນ​ທີ່​ສຸດ, ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ກັບ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ໄດ້​​ຮ່ວມ​ມື​ກັນ​ຢ່າງ​ໃກ້​ຊິດ​ແລະ​ເອົາ​ໃຈ​ໃສ່​ເປັນ​ຢ່າງ​ດີ. ທ່ານ​ຍັງ​ໄດ້​ຍ້ອງ​ຍໍຈີນ​ທີ່ນຳ​ໃຊ້​ໂອ​ກາດ​ຈັດ​ງານ​ໂອ​ລິມ​ປິກ​ລະ​ດູ​ໜາວ​ເພື່ອ​ເຜີຍ​ແຜ່​ກິ​ລາ​ລະ​ດູ​ໜາວ, ແລະ​ຄວາມ​ພະ​ຍາມ​ຂອງ​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນ​ການ​ຜັນ​ຂະ​ຫຍາຍ​ແນວ​ຄິດ​ທີ່​ພັດ​ທະ​ນາ​ແບບ​ຍືນ​ຍົງ.

ນອກນີ້ ທ່ານ​ຍັງ​ໄດ້​ຊົມ​ເຊີຍ​ຕໍ່​ທັດ​ສະ​ນະ​ທີ່​ໃຫ້​ທົ່ວ​ປວງ​ຊົນ​ມີ​ສ່ວນ​ຮ່ວມ​​ດ້ານ​ກິ​ລາ​ຂອງ​ງານ​ກິ​ລາ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 13 ທີ່​ຈະ​ໄຂ​ຂຶ້ນ​ຢູ່​ນະ​ຄອນ​ທຽນ​ສິງ​ໃນ​ໄວໆ​ນີ້ ໂດຍ​ເຫັນ​ວ່າ​ການ​ລະ​ດົມ​ໃຫ້​ທົ່ວ​ປວງ​ຊົນ​ເຂົ້າ​ຮ່ວມ ແມ່ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ປະ​ດິດ​ສ້າງ​ໃໝ່ ແລະ​ຄວາມ​ໂອບ​ອ້ອມ​ອາ​ລີ. ທ່ານ​ກ່າວ​ວ່າ, ໃນ​ຍຸກ​ປັດ​ຈຸ​ບັນ​, ບໍ່​ຄວນ​ລໍ​ຖ້າ​ຄົນ​ທັງ​ຫຼາຍ​ໄປ​ເຂົ້າ​ຮ່ວມ​ການ​ກິ​ລາ, ​ຄວນ​ແມ່ນ​ນຳ​ເອົາ​ການ​ກິ​ລາ​ໄປ​ສູ່​ຄົນ​ທັງ​ຫຼາຍ, ພ້ອມ​ທັງເປີດ​ປະ​ຕູ​ແຫ່ງ​ການ​ກິ​ລາ​ໃຫ້​ໝົດ​ທຸກ​ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ