ຈີນ​ສືບ​ຕໍ່ດຳ​ເນີນກິດ​ຈະ​ກຳ" ການ​ເດີນ​ສູ່​ແສງ​ສະ​ຫວ່າງ" ​ຢູ່​ມຽນ​ມາ
2017-08-27 17:33:11  cri 


ວັນ​ທີ 25 ສິງ​ຫາ​ນີ້,ພິ​ທີ​ເລີ່ມດຳ​ເນີນໂຄງ​ການ"ການ​ເດີນ​ສູ່​ແສງ​ສະ​ຫວ່າງ"ທີ່​ສະ​ມາ​ຄົມ​ການ​ຕ່າງ​ປະ​ເທດ​ເພື່ອ​ປະ​ຊາ​ຊົນຈີນ,ສະ​ມາ​​ຄົມ​ການ​ກຸ​ສົນ​ຈີນແລະ​ສະ​ຫະ​ພັນຊາວ​ຈີນ​ຕ່າງ​ດ້າວ​ທີ່​ກັບ​ຄືນ​ປະ​ເທດ​ຂອງ​ແຂວງ​ຢຸນ​ນານ​ຮ່ວມ​ກັນ​ເປັນ​ເຈົ້າ​ພາບ​ໄດ້​ຈັດ​ຂຶ້ນ​ຢູ່​ໂຮງ​ໝໍ​ປົວ​ຕາຮີ​ຕີ​ຊາງ​ແຂວງຊາ​ກາ​ອິງ​ຢູ່ເມືອງ​ມັນ​ດາ​ເລປະ​ເທດ​ມຽນ​ມາ.ໂດຍ​ມີ​ຜູ້​ເປັນ​ພະ​ຍາດ​ແກ່ນ​ຕາ​ຂຸ້ນ 200 ຄົນ​ໄດ້​ເຫັນ​ຮຸ່ງຄືນ​ໃໝ່​ຫຼັງ​ຈາກ​ຮັບ​ການ​ຜ່າ​ຕັດ​ແລ້ວ.


ປັດ​ຈຸ​ບັນ,ຢູ່​ມຽນ​ມາ​ມີ​ຜູ້​ເປັນ​ພະ​ຍາດ​ແກ່ນ​ຕາ​ຂຸ້ນ 3 ລ້ານກວ່າ​ຄົນ, ແຕ່​ລະ​ປີ​ຈະ​ມີຜູ້​ທີ່​ຮັບ​ການ​ປິ່ນ​ປົວຜ່າ​ຕັດ​ເຖິງ 1 ແສນກວ່າ​ຄົນ. ໂຄງ​ການ​ດັ່ງ​ກ່າວ​ແມ່ນ​ໜຶ່ງ​ໃນ​ຂໍ້​ລິ​ເລີ່ມ​ການ​ຮ່ວມ​ມື​ທີ່​ສຳ​ຄັນ​ທີ່​ທ່ານ ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ປະ​ກາດ​ໃນ​ກອງ​ປະ​ຊຸມ​ຜູ້​ນຳ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ​-ແມ່​ນ້ຳ​ຂອງ​ຄັ້ງ​ທຳ​ອິດ​ເມື່ອເດືອນ​ມີ​ນາ​ປີ 2016, ເຊິ່ງເປັນ​ກິດ​ຈະ​ກຳ​ການ​ກຸ​ສົນ​ເພື່ອ​ສັງ​ຄົມ​ຂ້າມ​ຊາດ​ຄັ້​ງ​ທຳ​ອິດ​ທີ່​ບັນ​ດາ​ສະ​ມາ​ຄົມ​ຢູ່​ໃນ​ປະ​ເທດ​ຈີນ​ຮ່ວມ​ມື​​ກັນຈັດ​ຂຶ້ນ. ​ກ່ອນ​ໜ້າ​ນີ້, ໂຄງ​ການ​ດັ່ງ​ກ່າວ​ໄດ້​ເຮັດ​ຜ່າ​ຕັດ​ໃຫ້​ຜູ້​ເປັນ​ແກ່ນ​ຕາ​ຂຸ້ນ​ຂອງ 3 ປະ​ເທດ​ຄື​ ລາວ,ກຳ​ປູ​ເຈຍ​ແລະ​ມຽນ​ມາ​ຈຳ​ນວນ 600 ຄົນ​ແລ້ວ. ແລະ​ຍັງ​ມີ​ຄົນ​ເຈັບ​ເກືອບ 3 ພັນ​ຄົນ​ໄດ້​ຮັບ​ການ​ປິ່ນ​ປົວ​ທີ່​ກ່ຽວ​ຂ້ອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ