ມຽນ​ມາແລະ​ຫວຽດ​ນາມ​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ
2017-08-27 17:34:11  cri 
ຕາມ​ຂ່າວCRI: ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ ອູຕິນ​ກຽວ ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ, ທ່ານ ຫງ​ວຽນ​ຟູ​ຈອງ​ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ໄດ້​ເລີ່ມ​ຢ້ຽມ​ຢາມ​ມຽນ​ມາ​ທາງ​ລັດ​ຖະ​ກິດ​ແຕ່​ວັນ​ທີ 24 ຫາ​ວັນ​ທີ 26 ສິງ​ຫາ​ນີ້, ນີ້​ແມ່ນ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ຫວຽດ​ນາ​ມ​ຢ້ຽມ​ຢາມ​ມຽນ​ມາ​ເປັນ​ຄັ້ງ​ທຳ​ອິດ​ໃນ​ຮອບ 20 ປີ​ມາ​ນີ້.  ໂອ​ກາດ​ນີ້ ສອງ​ຝ່າຍ​ໄດ້​ຖະ​ແຫຼງ​ຮ່ວມ​ຢູ່​ນະ​ຄອນ​ຫຼວງ​ເນ​ປີ​ດໍ​ປະ​ເທດ​ມຽນ​ມາ​ໃນ​ວັນ​ທີ 25 ສິງ​ຫາ​ນີ້ວ່າ: ​ໄດ້​ຕົກ​ລົງ​​ສ້າງ​ຕັ້ງການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ນຳ​ກັນ.

ຖະ​ແຫຼງ​ການ​ກ່າວ​ວ່າ:ການສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ໄດ້​ຍົກ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ສອງ​ປະ​ເທດ​ຂຶ້ນສູ່​ລະ​ດັບ​ໃໝ່ ເພື່ອ​ຊຸກ​ຍູ້​ແລະ​ເພີ່ມ​ທະ​ວີ​ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ, ບັນ​ລຸ​ສັນ​ຍາ​ທີ່​ໄດ້​ເຊັນ​ກັນ​ໃຫ້​ເປັນ​ຈິງ, ຊອກ​ຫາ​ໂອ​ກາດ​ການ​ຮ່ວມ​ມື​ສອງ​ຝ່າຍ​ອັນ​ໃໝ່​ພາຍ​ໃຕ້​ຂອບ "​ກົດ​ບັດ​ສະ​ຫະ​ປະ​ຊາ​ຊາດ", "ກົດ​ບັດ​ອາ​ຊຽນ" ແລະ "​ສັນ​ຍາ​ວ່າ​ດ້ວຍ​ການ​ຮ່ວມ​ມື​ທີ່​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້". ແລະຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ຕ່າງ​ໆ​ເຊັ່ນ: ຂົງ​ເຂດ​ການ​ເມືອງ,ການ​ປ້ອງ​ກັນ​ປະ​ເທດ​ແລະ​ຄວາມ​ໝັ້ນ​ຄົງ,ເສດ​ຖະ​ກິດ,ສັງ​ຄົມ,ວັດ​ທະ​ນະ​ທຳ​ແລະ​ການ​ແລກ​ປ່ຽນ​ລະ​ຫວ່າງ​ປະ​ຊາ​ຊົນ​ຂອງ​ສອງ​ຝ່າຍ​ເປັນ​ຕົ້ນ,ພ້ອມ​ທັງ​ຈະ​ດຳ​ເນີນ​ການ​ປະ​ເມີນ​ຜົນ​ການ​ຮ່ວມ​ມື​ປະ​ຈຳ​ໂດຍ​ຜ່ານ​ກົນ​ໄກ​ການ​ຮ່ວມ​​ມື​ລະ​ຫວ່າງ​ສອງ​ຝ່າຍ.

ນອກ​ນີ້,ສອງ​ຝ່າຍ​ຍັງ​ໄດ້​ກ່າວ​ຢ້ຳ​ຄວນ​ປະ​ຕິ​ບັດ​ຕາມ "ຖະ​ແຫຼງ​ການ​ແຫ່ງ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ່າຍ​ໃນ​ທະ​ເລ​ຈີນ​ໃຕ້" ຢ່າງ​ເຕັມ​ສ່ວນ​ແລະ​ມີ​ປະ​ສິດ​ທິ​ຜົນ,ພ້ອມ​ທັງ​ບັນ​ລຸ​ການ​ເຊັນ​ສັນ​ຍາ "ຫຼັກ​ການ​ແຫ່ງ​ການ​ປະ​ພຶດ​ໃນ​ທະ​ເລ​ຈີນ​ໃຕ້" ໂດຍ​ໄວ​​ຕາມ​ຂອບ​ສັນ​ຍາ​ທີ່​ໄດ້​ຫາ​ລື​ແລະ​ຕົກ​ລົງ​ກັນ​ໄວ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ