ລັດຖະມົນຕີການຕ່າງປະເທດອີຣານຮຽກຮ້ອງໃຫ້ອົງການພະລັງງານປາລະມານູສາກົນຮັກສາຄວາມເປັນເອກະລາດ
2017-08-27 16:37:25  cri 

ວັນທີ 26 ສິງຫານີ້, ຂ່າວສານນັກສຶກສາອີຣານ(ISNA)ລາຍງານວ່າ, ທ່ານມູຮາເມດ ຊາວາດ ຊາລີຟ ລັດຖະມົນຕີກະຊວງການຕ່າງປະເທດອີຣານໄດ້ຕອບກ່ຽວກັບຜູ້ຕາງໜ້າອາເມລິກາຮຽກຮ້ອງໃຫ້ອົງການພະລັງງານປາລະມານູສາກົນເພີ່ມທະວີການກວດກາຕໍ່ອຸປະກອນນິວເຄຼຍອີຣານ ໂດຍ ເຫັນວ່າ, ການກະທຳຂອງອາເມລິກາໄດ້ລະເມີດສັນຍາຮອບດ້ານກ່ຽວກັບບັນຫານິວເຄຼຍອີຣານ, ອົງການພະລັງງານປາລະມານູສາກົນຄວນຮັກສາຄວາມເປັນເອກະລາດ.

ໃນເວລາໃຫ້ສຳພາດຕໍ່ນັກຂ່າວ, ທ່ານນາງນີກີ ເຮຣີ ຜູ້ຕາງໜ້າອາເມລິກາປະຈຳສະຫະປະຊາຊາດກ່າວວ່າ,ອົງການພະລັງງານປາລະມານູສາກົນມີຜູ້ຊ່ຽວຊານທີ່ດີເດັ່ນ, ແລະໄດ້ຈັດແຜນການກວດກາ​ທີ່ແຂງແຮງ, ແຕ່ຝ່າຍອີຣານໄດ້ສ້າງສິ່ງຂັດຂວາງໃຫ້ແກ່​ການກວດ​ກາຂອງອົງການພະລັງງານປາລະມານູສາກົນ. ​ສະ​ນັ້ນ,ອົງການນີ້ ຄວນອອກແຮງປະຕິບັດໜ້າທີ່ດຳເນີນການກວດກາຕໍ່ອຸປະກອນນິວເຄຼຍຂອງອີຣານ.

ຕໍ່ເລື່ອງນີ້, ທ່ານຊາລີຟກ່າວວ່າ, ຄຳເວົ້າຂອງທ່ານນາງເຮຣີບໍ່ສອດຄ່ອງກັບ​ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​ຣານ ແລະ ຖານະຂອງອົງການພະລັງງານປາລະມານູສາກົນທີ່ກຳນົດໂດຍມະຕິເລກ 2231 ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ. ໃນວຽກງານສາກົນ, ອົງການພະລັງງານປາລະມານູສາກົນບໍ່ຄວນເຮັດໃຫ້ຄວາມເປັນເອກະລາດ ແລະ ຖານະໃນສັນຍາຮອບດ້ານບັນຫານິວເຄຼຍອີຮານຖືກສົງໄສ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ