ຈີນປະກາດ "ຂໍ້ສະເໜີພື້ນຖານ 6 ຂໍ້ກ່ຽວກັບການຂະຫຍາຍການພົວພັນຈີນ-ຍີ່ປຸ່ນ"
2017-08-27 16:39:48  cri 

ວັນທີ 27 ສິງຫານີ້, ພະແນກຄົ້ນຄວ້າຍີ່ປຸ່ນແຫ່ງສະພາ​ບັນດິດ​ວິ​ທະຍາ​ສາດ​ສັງຄົມ​ຈີນໄດ້ປະກາດ "ຂໍ້ສະເໜີພື້ນຖານ 6 ຂໍ້ກ່ຽວກັບການຂະຫຍາຍການພົວພັນຈີນ-ຍີ່ປຸ່ນ".

"ງານສຳມະນາວິຊາການສາກົນເພື່ອລະນຶກການພົວພັນຈີນ-ຍີ່ປຸ່ນຫັນເປັນປົກກະຕິຄົບຮອບ 45 ປີ" ຂອງເວທີປຶກສາຫາລືວິທະຍາສາດສັງຄົມຈີນໄດ້ຈັດຂຶ້ນຢູ່ປັກກິ່ງແຕ່ວັນທີ 26 ຫາວັນທີ 27 ສິງຫານີ້. ໃນງານສຳມະນາຄັ້ງນີ້, ພະແນກຄົ້ນຄວ້າຍີ່ປຸ່ນແຫ່ງສະພາ​ບັນດິດ​ວິ​ທະຍາ​ສາດ​ສັງຄົມ​ຈີນໄດ້ປະກາດ "ຂໍ້ສະເໜີພື້ນຖານ 6 ຂໍ້ກ່ຽວກັບການຂະຫຍາຍການພົວພັນຈີນ-ຍີ່ປຸ່ນ" ເຊິ່ງມີເນື້ອໃນດັ່ງ ນີ້: ກ້າປະເຊີນໜ້າກັບວິທະຍາສາດ,ມຸ່ງໜ້າໄປສູ່ອະນາດຄົດ. ເຄົາລົບຫຼັກການ, ໄວ້ເນື້ອເຊືີ່ອໃຈກັນ. ຮ່ວມມືດ້ານເສດຖະກິດ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ເພີ່ມທະວີການໄປມາຫາສູ່ກັນ, ຢູ່ຮ່ວມກັນຢ່່າງຖືກຕ້ອງປອດດອງກັນ.ສະ​ແຫວ​ງຫາສິ່ງ​ທີ່​ຄື​ກັນ ແລະ ​ສະ​ຫງວນສິ່ງ​ທີ່​ຕ່າງ​ກັນ,ແກ້ໄຂຂໍ້ຂັດແຍ່ງ. ປະຕິບັດ​ຕໍ່​ກັນ​ຢ່າງ​ສະ​ເໝີ​ພາບ, ມີສັນຕິພາບທຸກ​​ເຊັ່ນ​ຄົນ.

ພະແນກຍີ່ປຸ່ນແຫ່ງສະພາບັນດິດວິທະຍາສາດສັງຄົມຈີນເຫັນວ່າ, ການພົວພັນຈີນ-ຍີ່ປຸ່ນໃນປັດຈະບັນ, ສອງຝ່າຍຍິ່ງຄວນສ້າງພື້ນຖານທີ່ໃຫ້ສອງປະເທດຢູ່ຮ່ວມກັນ ແລະ ຮ່ວມມືກັນໃຫ້ແໜ້ນໜາກວ່າເກົ່າ, ແລ້ວສ້າງໄລຍະໃໝ່ທີ່ປອດໃສໝັ້ນຄົງ, ຢູ່ຮ່ວມກັນຢ່າງກົມກຽວ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສ້າງຄວາມສຸກໃຫ້ແກ່ປະຊາຊົນສອງປະເທດ, ປະກອບສ່ວນເທົ່າທີຄວນເພື່ອສັນຕິພາບ ສະຖຽນລະພາບ ພ້ອມທັງຄວາມຈະເລີນ ແລະ ການພັດທະນາຂອງອາຊີ ກໍຄືຂອງທົ່ວໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ