ນາ​ຍົກ​ຈີນ​ເນັ້ນ​ຊຸກ​ຍູ້​ການ​ຍົກ​​ລະ​ດັບຂະ​ແໜງ​ການ​ຜະ​ລິດ
2017-08-28 11:34:53  cri 
ວັນ​ທີ 25 ສິງ​ຫາ​ນີ້, ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີຈີນ​ເປັນ​ປະ​ທານກອງ​ປະ​ຊຸມ​ສຳ​ມະ​ນາ​ວ່າ​ດ້ວຍ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂະ​ແໜງ​ການ​ຜະ​ລິດ​ເພື່ອ​ສ້າງ​ປະ​ເທດ​ໃຫ້​ເຂັ້ມ​ແຂງ​ແລະ​ສືບ​ຕໍ່​ຊຸກ​ຍູ້​ການ​ຫັນ​ປ່ຽນໂຄງ​ປະ​ກອບ​ເສດ​ຖະ​ກິດ​ໃຫ້​ສູງ​ຂຶ້ນ ເພື່ອ​ຄົ້ນ​ຄວ້າ​ແລະກຳ​ນົດ​ວຽກ​ງານ​ ນີ້.

ທ່ານຫຼີ​ເຄີ້​ສຽງ​ກ່າວ​ວ່າ: ຂະ​ແໜງ​ການ​ຜະ​ລິດ​ເປັນ​ພື້ນ​ຖານ​ການ​ພັດ​ທະ​ນາເສດ​ຖະ​ກິດ. ​ຖ້າ​ຢາກ​ໃຫ້ເສດ​ຖະ​ກິດ​ຈີນ​ຫັນ​ປ່ຽນ​​ແລະ​ຍົກ​ລະ​ດັບ​ໂຄງ​ປະ​ກອບ​ເພື່ອ​ບັນ​ລຸ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ​ແບບ​ໃໝ່​ກໍ ​ຕ້ອງ​ອາ​ໄສ​ການ​ສ້າ​ງ​ຂະ​ແໜງ​ການ​ຜະ​ລິດ​ໃຫ້​ເຂັ້ມ​ແຂງ. ໂດຍ​ລວມ​ແລ້ວ, ຂະ​ແໜງ​ການ​ຜະ​ລິດ​ຂອງ​ຈີນ​ໃນ​ປັດ​ຈຸ​ບັນມີ​ບັນ​ຫາ​ພົ້ນ​ເດັ່ນ​​ທີ່​ສາ​ກົນ​ແບ່ງ​ຄວາມ​ຮັບ​ຜິດ​ຊອບ​ໃຫ້​ຍັງຢູ່​ໃນ​ລະ​ດັບ​ກາງ​ແລະ​ຕ່ຳ​​ເຖິງວ່າມີ​ຂະ​ໜາດ​ໃຫຍ່​ແຕ່​ບໍ່​ເຂັ້ມ​ແຂງ​ແລະ​ອື່ນໆ. ນອກ​ນີ້, ການ​ຊຸກ​ຍູ້​ຂະ​ແໜງ​ການ​ຜະ​ລິດ​ໃຫ້ມີ​ລະ​ດັບ​ແລະ​ຄຸນ​ນະ​ພາບ​ສູງ​ຂຶ້ນ​ກໍ​ເປັນ​ເນື້ອ​ໃນ​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ໂຄງ​ປະ​ກອບ​ພາກ​ການ​ສະ​ໜອງ​. ຈາກ​ນີ້, ຕ້ອງ​ຕັ້ງ​ໜ້າ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ຍຸດ​ທະ​ສາດ​ຂອງ​ສູນ​ກາງ​ພັກ​ເພື່ອ​ເລັ່ງ​ກໍ່​ສ້າງ​ຂະ​ແໜງ​ການ​ຜະ​ລິດ​ເພື່ອ​ສ້າງ​ປະ​ເທດ​ໃຫ້​ເຂັ້ມ​ແຂງ​, ຜັນ​ຂ​ະ​ຫຍາຍ​ແນວ​ຄິດ​ພັດ​ທະ​ນາ​ໃໝ່, ປະ​ຕິ​ບັດ​ຍຸດ​ທະ​ສາດ​ຊຸກ​ຍູ້ການ​ພັດ​ທະ​ນາ​ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່, ອີງ​ໃສ່​ໂຄງ​ການ​ຂະ​ແໜງ​ການ​ຜະ​ລິດ​ຈີນ2025ເພື່ອ​ຊຸກ​ຍູ້​ຂະ​ແໜງ​ການ​ຜະ​ລິດໃຫ້​ໄດ້​ຮັບ​ການ​ຍົກ​ລະ​ດັບ​ແລະ​ມີ​ຄຸນ​ນະ​ພາບ​ສູງ​ຂຶ້ນ, ຢຸດ​ໃຊ້​ເຕັກ​ນິກ​ການ​ຜະ​ລິດ​ທີ່ຫຼ້າຫຼັງ​ຢ່າງ​ເດັດ​ຂາດ, ເລັ່ງ​ຫັນ​ກຳ​ລັງ​ຊຸກ​ຍູ້​ແບບ​ເກົ່າ​​ໃຫ້​ເປັນ​ແບບ​ໃໝ່​ເພື່ອ​ສົ່ງ​ເສີມ​ເສດ​ຖະ​ກິດ​ຈີນ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ກາງ​ແລະ​ສູງ.

ທ່ານຫຼີ​ເຄີ້​ສຽງ​ຊີ້​ໃຫ້​ເຫັນ​ວ່າ: ການ​ສົ່ງ​ເສີມ​ຂະ​ແໜງ​ການ​ຜະ​ລິດ​​ໃຫ້​ໄດ້​ຮັບ​ການຍົກ​ລະ​ດັບ​ແລະ​ມີ​ຄຸນ​ນະ​ພາບ​ສູງ​ຂຶ້ນນັ້ນ​ຕ້ອງ​ອີງ​ໃ​ສ່ການ​ພັດ​ທະ​ນາ​ດ້ວຍ​ການ​ປະ​ດິດ​ສ້າງ,​ຄວນ​ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຢ່າງຫຼວງຫຼາຍ​ໃຫ້​ເຕັມ​ສ່ວນ​ເຊິ່ງ​ເປັນ​ທ່າ​ແຮ​ງ​ບົ່ມ​ຊ້ອນ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ປະ​ເທດ​ຕົນ, ຄວນ​ສຸມ​ໃສ່​ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ເປັນ​ຜົນ​ດີ​ຕໍ່​ການ​ຍົກ​ລະ​ດັບ​ແລະ​ຄຸນ​ນະ​ພາບ​ຂອງ​ຂະ​ແໜງ​ການ​ຜະ​ລິດ​ໃຫ້​ສູງ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ