ປິດ​ງານ​ວາງ​ສະ​ແດງ​ປຶ້ມ​ສາ​ກົນ​ປັກ​ກິ່ງ​ຄັ້ງ​ທີ 24
2017-08-28 14:57:56  cri 
ພາຍຫຼັງ​ດຳ​ເນີນ​ມາ​ເປັນ​ເວ​ລາ 5 ວັນ,ງານ​ວາງ​ສະ​ແດງ​ປຶ້ມ​ສາ​ກົນ​ປັກ​ກິ່ງຄັ້ງ​ທີ 24 ​ໄດ້​ອັດ​ລົງ​ແລ້ວ​ໃນ​ວັນ​ທີ 27 ສິງ​ຫາ​ນີ້ໂດຍ​ໃນເບື້ອງ​ຕົ້ນ, ງານ​ວາງ​ສະ​ແດງ​ດັ່ງ​ກ່າວ​ໄດ້​ບັນ​ລຸ​ການ​ເຊັນ​ສັນ​ຍາ​ການ​ຄ້າ​ລິ​ຂະ​ສິດ​ລະ​ຫວ່າງ​ຈີນ​ກັບ​ຕ່າງ​ປະ​ເທດ 5262 ສະ​ບັບ ເພີ່ມ​ຂຶ້ນ 4,9%ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ. ໃນ​ນີ້, ສັນ​ຍາ​ການ​ສົ່ງ​ອອກ​ລິ​ຂະ​ສິດ​ແລະ​ການ​ຮ່ວມ​ມື​ພິມ​ຈຳ​ໜ່າຍ 3244 ສະ​ບັບ ເພີ່ມ​ຂຶ້ນ 5,5%​ແລະສັນ​ຍາ​ນຳ​ເຂົ້າ​ລິ​ຂະ​ສິດ 2018 ສະ​ບັບ ເພີ່ມ​ຂຶ້ນ 3,9%.

ການ​ສົ່ງ​ອອກ​ລິ​ຂະ​ສິດຫຼາຍກວ່າ​ໝູ່​ປະ​ກອບ​ມີ​ປຶ້ມ​ທີ່​ມີ​ຫົວ​ຂໍ້​ສະ​ເພາະ,ປຶ້ມ​ເດັກ​ນ້ອຍ, ປຶ້ມ​ວັນ​ນະ​ຄະ​ດີ, ປຶ້ມ​ການ​ສຶກ​ສາ​ວັດ​ທະ​ນະ​ທຳ, ປຶ້ມ​ເສດ​ຖະ​ກິດ​ແລະ​ປຶ້ມ​ປັດ​ຊະ​ຍາ ຂະ​ນະ​ທີ່​ລິ​ຂະ​ສິດ​ປຶ້ມ​ຫຼັງ​ສົ່ງ​ອອກ​ໄປ​ອັງ​ກິດ,ອາ​ເມ​ລິ​ກາ​ແລະ​ອື່ນໆ​ແລ້ວ​ກໍ​ໄດ້ເລີ່ມ​ສົ່ງ​ໄປ​ປະ​ເທດ​ທີ່​ໂລກ​ໃຊ້​ພາ​ສາ​ສ່ວນ​ໜ້ອຍ ເຊິ່ງ​ບັນ​ດາ​ປະ​ເທດ​ລຽບ​ຕາມ​  "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ໄດ້​ກາຍ​ເປັນ​​ເປົາ​ໝາຍ​ສຳ​ຄັນເພື່ອ​ສົ່ງ​ອອກ​ລິ​ຂະ​ສິດ, ແນວ​ໃດ​ກໍ​ດີເມື່ອເບິ່ງ​ຈາກ​ຮູບ​ແບບ​ການ​ຮ່ວມ​ມື​ແລ້ວ, ສະ​ຖາ​ບັນ​ພິມ​ຈຳ​ໜ່າຍ​ຈີນ​ແລະ​ຕ່າງ​ປະ​ເທດ​ນັບ​ມື້ຮ່ວມ​ມື​ກັນ​ຢ່າງ​ເລິກ​ເຊິ່ງ​ໂດຍການ​​ຈັດ​ຕັ້ງ​ນັກ​ປະ​ພັນ​​ຂຽນ​ບົດ​ປະ​ພັນ​ຮ່ວມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ