ຈີນ​ຢືນຢັນ​ອິນ​ເດຍຖອນທະຫານ​ແລະ​ອຸປະກອນທີ່​ຂ້າມ​ຊາຍ​ແດນ​ແລະເຂົ້າ​​ເຂດ​ຕົ້ງຫຼາງ​ປະ​ເທດ​ຕົນ​ນັ້ນ​ໝົດ​ແລ້ວ
2017-08-28 16:54:56  cri 

ກະຊວງ​ການ​ຕ່າງປະ​ເທດ​ຈີນ​ຢືນຢັນ​ໃນ​ວັນ​ທີ 28 ສິງຫາ​ນີ້​ວ່າ: ​ເວລາ 14:30 ​ໂມງ​ຂອງ​ວັນ​ດັ່ງກ່າວ, ອິນ​ເດຍ​ໄດ້​ຖອນ​ທະຫານ​ແລະ​ອຸປະ​ກອນ​ປະ​ເທດ​ຕົນ​ທີ່​ຂ້າມ​ຊາຍ​ແດນ​ແລະ​ເຂົ້າ​ມາ​​ເຂດ​ຕົ້ງຫຼາງປະ​ເທດ​ຕົນ​ນັ້ນຄືນໝົດ​ແລ້ວ, ຂະນະ​ທີ່​ເຈົ້າໜ້າ​ທີ່ຈີນ​ກໍໄດ້​ຢືນຢັນຢູ່​ກັບ​ບ່ອນ​ແລ້ວ. ​ໃນ​ການຖະ​ແຫຼງຂ່າວ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ກໍ​ໄດ້​ເນັ້ນວ່າ: ຈີນ​ຈະ​ສືບ​ຕໍ່​ໃຊ້​ສິດ​ອຳນາດ​ອະທິປະ​ໄຕ ຕາມ​ຂໍ້​ກຳນົດ​ທີ່​ລະບຸ​ໄວ້​ໃນ​ສັນຍາ​ຊາຍ​ແດນ​ປະຫວັດສາດ ​ແລະ​ປົ​ກປັກ​ຮັກສາ​ສິດ​ອຳນາດ​ອະທິປະ​ໄຕ​ເໜືອ​ແຜ່ນດິນ​ປະ​ເທດ​ຕົນ.

ວັນ​ທີ 18 ມິຖຸນາ​ຜ່ານ​ມາ, ​ທະຫານປ້ອງ​ກັນຊາ​ຍ​ແດນ​ອິນ​ເດຍ ​ໄດ້​ຂ້າມ​ຊາຍ​ແດນ​ຈີນ-ອິນ​ເດຍຕອນ​ຊີ​ກິມທີ່​ໄດ້​ກຳນົດ​​ໄວ້ ​ແລະ​ເຂົ້າມາ​ໃນ​ເຂດ​ຕົ້ງຫຼາງ ປະ​ເທດ​ຈີນ ຢ່າງ​ຜິດ​ກົດ ໝາຍ​. ຈີນ​ໄດ້​ປະທ້ວງ​ອິນ​ເດຍຫຼາຍ​ເທື່ອ ​ໂດຍ​ຜ່ານ​ຊ່ອງ​ທາງ​ການ​ຕ່າງປະ​ເທດ ທັງ​​ໃຫ້​ຄວາມ​ກະຈ່າງ​ແຈ້ງຄວາມ​ເປັນ​ຈິງ ​ແລະ ຊີ້​ແຈງຫຼັກໝັ້ນທີ່​ສະ​ເໝີ​ຕົ້ນສະ​ເໝີ​ປາຍ​ ກໍ​ຄື​ຄວາມ​ຮຽກຮ້ອງ​ຢ່າງ​ຈະ​ແຈ້ງ​ຂອງ​ຕົນຕໍ່​ປະຊາ​ຄົມ​ໂລກ ​ທັງທວງ​ໃຫ້​ອິນ​ເດຍຖອນ​ທະຫານ​ທີ່​ເຂົ້າຈີນ​ຢ່າງ​ຜິດ​ກົດໝາຍ​ນັ້ນ​ຄືນ​ປະ​ເ​ທດທັນທີ. ຂະນະ​ດຽວ​ກັນ, ກອງທັບ​ຈີນ​ກໍ​ນຳ​ໃຊ້​ມາດ​ຕະການ​ສົມ​ຄູ່​ກັນ​ຢ່າງ​​ແຂງ​ແຮງ ​ເພື່ອ​ປົກ​ປັກ​ຮັກສາ​​ອຳນາດ​ອະທິປະ​ໄຕ​ເໜືອ​ແຜ່ນດິນ ​ແລະ ສິດ​ຜົນ​ປະ​ໂຫຍດທີ່​ຊອບ​ດ້ວຍ​ກົດໝາຍ​ຂອງ​ຊາດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ