ອາ​ເມ​ລິ​ກາ​ຈະ​ສືບ​ຕໍໍ່​ຊອກ​ຫາ​ວິ​ທີ​ແກ້​ໄຂ​ບັນ​ຫາ​ນິວ​ເຄ​ລຍ​ຂອງ​ແຫຼມ​ເກົາ​ຫຼີ​ໂດຍ​ສັນ​ຕິ
2017-08-28 11:38:05  cri 
ວັນ​ທີ 27 ສິງ​ຫາ​ນີ້, ທ່ານ ເຣັກ​ສ໌ ຕີວ​ເລີ​ຊອນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ: ການ​ທົດລອງ​ຍິງ​​ຂີ​ປະ​ນາ​ວຸດ​ຄັ້ງ​ຫຼ້າ​ສຸດ​ຂອງ ສ​ປ​ປ ເກົາ​ຫຼີ ເປັນ​ການ​ກະ​ທຳ​ທ້າ​ທາຍ​ເກາະ​ຜິດ,ແຕ່​ອາ​ເມ​ລິ​ກາ​ຈະ​ສືບ​ຕໍ່​ຊອກ​ຫາ​ການ​ແກ້​ໄຂ​ບັນ​ຫາ​ນິວ​ເຄ​ລຍ​ຂອງ​ແຫຼມ​ເກົາ​ຫຼີ​ໂດຍ​ສັນ​ຕິ.

ທ່ານ ຕີ​ເລີ​ຊອນ​ກ່າວ​ໃນ​ຂະ​ນະ​ທີ່​ໃຫ້​ສຳ​ພາດ​ຕໍ່​ໂທ​ລະ​ພາບ FOX ຂອງ​ອາ​ເມ​ລິ​ກາ​​ໃນ​ວັນ​ດັ່ງ​ກ່າວວ່າ: ການ​ທີ່ ສ​ປ​ປ ເກົາ​ຫຼີ ​ທົດລອງ​ຍິງ​ຂີ​ປະ​ນາ​ວຸດ​ໃດໆ​ລ້ວນ​ແຕ່​ເປັນ​ການ​ລະ​ເມີດ​ມະ​ຕິ​ຕົກ​ລົງ​ທີ່​ກ່ຽວ​ຂ້ອງ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ, ເປັນ​ການ​ກະ​ທຳ​ທ້າ​ທາຍ​ເກາະ​ຜິດອາ​ເມ​ລິ​ກາ​ກໍ​ຄື​ ​ພັນ​ທະ​ມິດຂອງ​ອາ​ເມ​ລິ​ກາ.

ກອງ​ທັບ​ອາ​ເມ​ລິ​ກາ​ແລະ​ສ.ເກົາ​ຫຼີທີ່​ພວມ​​ຊ້ອມ​ຮົບ​ຮ່ວມ​ປະ​ຈຳ​ປີ​ຢູ່​ ສ.ເກົາ​ຫຼີ ນັ້ນ ໄດ້​ຖືກ ສ​ປ​ປ ເກົາ​ຫຼີ​ ປະ​ນາມ​ຕໍ່​ການ​ຊ້ອມ​ຮົບດັ່ງ​ກ່າວ​ໂດຍ​ກ່າວ​ວ່າ​ເປັນ​ຊະ​ນວນເຮັດ​ໃຫ້​ສະ​ຖາ​ນະ​ການ​ແຫຼມ​ເກົາ​ຫຼີ​ຮຸນ​ແຮງ​ຂຶ້ນ​ຕື່ມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ