ກອງ​ທັບ​ໄທ​ປະ​ຕິ​ເສດ​​ປ່ອຍ​ທ່ານ​ນາງ ຍິ່ງ​ລັກ ຊິນ​ນະ​ວັດ ​​ອອກ​ປະ​ເທດ
2017-08-28 17:16:03  cri 
​ສື່ມວນ​ຊົນ​ແລະ​ນັກ​ວິ​ເຄາະ​ຈຳ​ນວນ​ໜຶ່ງ​ຂອງ​ໄທ​​ຕ່າງ​ກໍ​ກ່າວວ່າ​ກອງ​ທັບ​ປະ​ເທດ​ຕົນ​ອາດ​ຈະ​​ຕົກ​ລົງ​ກັບ​ທ່ານ​ນາງ ຍິ່ງ​ລັກ ຊິນ​ນະ​ວັດ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແລະ​ປ່ອຍ​ອອກປະ​ເທດ. ຕໍ່​ກໍ​ລະ​ນີ​ດັ່ງ​ກ່າວ​ໃນວັນ​ທີ 27 ສິງ​ຫາ​ນີ້, ໂຄ​ສົກ​ຄະ​ນະ​ກຳ​ມະ​ການ​ຮັກ​ສາ​​ຄວາມ​ສະ​ຫງົບ​ແຫ່ງ​ຊາດ​ໄທ​ໄດ້​ອອກ​ມາ​ປະ​ຕິ​ເສດ ແລະ​ກ່າວ​ວ່າ​ກອງ​ທັບ​ໄທ​ໄດ້​ປະ​ຕິ​ບັດ​ຕາມ​ຂອບ​ລະ​ບຽບ​ກົດ​ໝາຍ​ມາ​ໂດຍ​ຕະ​ຫຼອດ​ແລະ​ບໍ່​ຫວັງ​ໃຫ້​ຄຳ​ເຫັນ​ສ່ວນ​ຕົວ​ຕ່າງໆ​ສົ່​ງ​ຜົນ​ກະ​ທົບ​ຕໍ່​ສັງ​ຄົມ.

ໜັງ​ສື​ພິມ​ມະ​ຕິ​ຊົນ​ອອນ​ລາຍ​ຂອງ​ໄທ​ລາຍ​ງານ​ວ່າ: ທ່ານ ວິນ​ໄທ ສຸ​ວະ​ຣີ ໂຄ​ສົກ​ຄະ​ນະ​ກຳ​ມະ​ການ​ຮັກ​ສາ​​ຄວາມ​ສະ​ຫງົບ​ແຫ່ງ​ຊາດ​ໄທ​ກ່າວ​ໃນ​ການ​ຖະ​ແຫຼງ​ຂ່າວ​​ໃນ​ວັນ​ທີ 27 ສິງ​ຫາ​ນີ້ວ່າ: ​ລັດ​ຖະ​ບານ​​ທະ​ຫານໄທ​​ປົກ​ຄອງ​ປະ​ເທດ​ຢ່າງ​ເປີດ​ເຜີຍ​ແລະ​ໂປ່ງ​ໃສ​ມາ​ໂດຍ​ຕະ​ຫຼອດ,ຈະ​ບໍ່​ກະ​ທຳ​ສິ່ງທີ່​ຢູ່​ເໜືອ​ຂອບ​ກົດ​ໝາຍ. ທ່ານ ວິນ​ໄທ ກ່າວ​ວ່າ: ​ການ​ກ່າວວ່າ​ກອງ​ທັບ​ໄທ​ອາດ​ຈະ​ຕົກ​ລົງ​ກັບ​ທ່າ​ນ​ນາງ ຍິ່ງ​ລັກ ຊິນ​ນະ​ວັດ ແລະ​ປ່ອຍ​​ອອກປະ​ເທດ​ນັ້ນ​ແມ່ນ​ຄວາມ​ເຫັນ​ສ່ວນ​ຕົວ, ແລະ​ການ​ກ່າວ​ທີ່​ບໍ່​ມີ​ຫຼັກ​ຖານ​ອ້າງ​ອີງ​ແບບ​ນີ້​ຈະ​ກະ​ທົບ​ຕໍ່​ທົ່ວ​ສັງ​ຄົມ​​ໄທ ເຮັດ​ໃຫ້​ໄທ​ຕົກ​ຢູ່​ໃນ​ສະ​ພາບ​ຄວາມ​ວຸ້ນ​ວາຍ​ທາງ​ການ​ເມືອງ​ຄືເມື່ອ​ກ່ອນຕະ​ຫຼອດ​ໄປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ