ມາ​ເລ​ເຊຍ​ຢຸດການ​ຄົ້ນ​ຫາ​ລູກ​ເຮືອ​ທີ່​ຫາຍ​ສາບ​ສູນ​ຈາກ​ກຳປັ່ນ​ອາ​ເມ​ລິ​ກາ​ແລ້ວ
2017-08-28 17:17:01  cri 
ວັນ​ທີ 25 ສິງ​ຫາ​ນີ້, ​ເຈົ້າ​ໜ້າ​ທີ່ກອງ​ທັບເຮືອມາ​ເລ​ເຊຍ​ໄດ້​ຖະ​ແຫຼງວ່າ: ​ປະ​ຕິ​ບັດ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງກອງ​ທັບ​ເຮືອ​ອາ​ເມ​ລິ​ກາ, ມາ​ເລ​ເຊຍ​ໄດ້​ຢຸດ​ການ​ຄົ້ນ​ຫາ​ລູກ​ເຮືອ​ໃນ​ກຳ​ປັ່ນ​ຂັບ​ໄລ່​ດ້ວຍ​ຂີ​ປະ​ນາ​ວຸດ USS ​ຂອງກອງ​ທັບ​ອາ​ເມ​ລິ​ກາ​ທີ່​ຫາຍ​ສາບ​ສູນ​ຫຼັງ​ເກີດອຸ​ບັດ​ເຫດ​ຕຳເຮືອ​ສິນ​ຄ້າ​ລຳ​ໜຶ່ງ​. ​ຂະ​ນະ​ທີ່ອົງ​ການ​ປະ​ຕິ​ບັດ​ກົດ​ໝາຍ​ທາງ​ທະ​ເລ​ຂອງ​ມາ​ເລ​ເຊຍ​ກໍ​ໄດ້​ຖະ​ແຫຼງ​ໃນ​ມື້​ດັ່ງ​ກ່າວ​ ​ດ້ວ​ຍ​ການປະ​ກາດ​ຢຸດການ​​ຄົ້ນ​ຫາ​ແລ້ວ​ເຊັ່ນ​ດຽວ​ກັນ.

ກ່ອນ​ໜ້າ​ນີ້, ໜ່ວຍ​ກຳ​ປັ່ນ​ທີ 7 ຂອງກອງ​ທັບ​ເຮືອ​ອາ​ເມ​ລິ​ກາ​​ກໍ​ໄດ້ຖະ​ແຫຼງວ່າ: ໃນ​ຕອນ​ເຊົ້າ​ວັນ​ທີ 21 ສິງ​ຫາ​ນີ້​, ​ກຳ​ປັ່ນ​ຂັບ​ໄລ່​ດ້ວຍ​ຂີ​ປະ​ນາ​ວຸດ USS ຂອງ​ຕົນ​ໄດ້​ຕຳ​ເຮືອ​ສິນ​ຄ້າ​ລຳ​ໜຶ່ງ​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ​ປະ​ເທດ​ສິງ​ກະ​ໂປ ເຊິ່ງ​ເຮັດ​ໃຫ້​​ລູກ​ເຮືອ 10 ຄົນ​ຫາຍ​ສາບ​ສູນ ແລະ 5 ຄົນ​ບາດ​ເຈັບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ