ຜູ້​ອະ​ນາ​ໄມ​ເຜົ່າ​ຕິ​ເບດ​ເຮັດ​ວຽກ​ເພື່ອຄວາມ​ງາມ​ຂອງ​ບ້ານ​ເກີດ​ເມືອງນອນ
2017-08-28 17:24:39  cri 


ຢູ່​​ສວນ​​ສາ​ທາ​ລະ​ນະແຫ່ງ​ຊາດ​ຜູ​ດາ​ຊົມ​ຂອງເມືອງ​ຊຽງ​ເກີ​ລີ​ລາ​ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຕິ​ເບດ​ຕີ​ຊີ້ງ​ແຂວງ​ຢຸນ​ນານ​, ​ບ້ານ​ລໍ້​ໂຢງ​ທີ່​ມີ​ຊາວ​ບ້ານ​ເຜົ່າ​ຕິ​ເບດພຽງ​ແຕ່ 33 ຄອບ​ຄົວ ​ປະ​ມານ 150 ກວ່າ​ຄົນເທົ່າ​ນັ້ນ. ແລະເພື່ອ​ບັນ​ລຸ​ການ​ພັດ​ທະ​ນາ​ສ້າງຄວາມ​​ງົດ​ງາມ​ດ້ວຍ​ການ​ປະ​ສົມ​ປະ​ສານ​ລະ​ຫວ່າງ​ເຂດ​ທິວ​ທັດ​ແລະ​ບ້ານ​ດັ່ງ​ກ່າວ,ສວນ​​ໄດ້​ສ້າງ​ໂອ​ກາດ​ໃຫ້​ແກ່​ການ​ປະ​ກອບ​ອາ​ຊີບ​ໃຫ້​ແກ່​ຊາວ​ບ້ານເຫຼົ່າ​ນີ້ ເຊິ່ງປັດ​ຈຸ​ບັນມີ​ຊາວ​ບ້ານ​ດັ່ງ​ກ່າວ 12 ຄົນ​​ໄດ້ເຮັດ​ວຽກ​ອະ​ນາ​ໄມ​ຢູ່​ໃນ​ສວນ ​ແລະ​ໄດ້​ຮັບ​ເງິນ​ເດືອນ​ລະ 2.000 ຢວນ​ຕໍ່​ຄົນ. ນາງ ຊີ່​ເມີ້ຍ ​ຊາວ​ບ້ານ​ບ້ານ​ລໍ້​ໂຢງ ​ເວົ້າ​ວ່າ "ຂ້ອຍ​ມັກ​ວຽກ​ນີ້​ຫຼາຍ,ມັນ​ບໍ່​ພຽງ​ແຕ່​ໄດ້​ເພີ່ມ​ລາຍ​ຮັບ​ໃຫ້​ຂ້ອຍ​ໄດ້ຫຼາຍ​ຂຶ້ນ​ເທົ່າ​ນັ້ນ,ຫາກ​ຍັງ​ສາ​ມາດ​ເຮັດ​ໃຫ້​ບ້ານ​ເກີດ​ຂອງ​ຂ້ອຍ​ມີ​ຄວາມ​ງົດ​ງາມ​​ອີກ."

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ