ໄຂ​ງານ​ແກະ​ສະ​ຫຼັກ​​ດິນຊາຍ​ສາ​ກົນ​ໂຈ່ວ​ຊ່ານ​ຈີນ​ຄັ້ງ​ທີ 19
2017-08-28 17:26:07  cri 


ວັນ​ທີ 26 ສິງ​ຫາ​ນີ້, ​ຢູ່​ເຂດ​ທິວທັດ​ນານ​ຊ່າ​ຈູ່​ເຈ່ຍ​ຈ່ຽນ​ເຂດ​ຜູ້​ໂຖ​ເມືອງ​ໂຈ່ວ​ຊ່ານ​ແຂວງ​ເຈີ້​ຈ່ຽງ​​ໄດ້​ໄຂ​ງານ​ແກະ​ສະ​ຫຼັກ​ດິນ​ຊາຍ​ສາ​ກົນ​ໂຈ່ວ​ຊ່ານ​ຈີນ​ຄັ້ງ​ທີ 19 ໂດຍ​ໃນ​ມື້​ດັ່ງ​ກ່າວ​ບັນ​ດາ​ຊ່າງ​ແກະ​ສະ​ຫຼັກ​ພວມ​ເຮັດ​ວຽກ​ຂັ້ນ​ສຸດທ້າຍ​ດ້ວຍ​ການ​ກໍ່​ກອງ​ຊາຍ​ເປັນ​ຮູບ ແລະ​ຈະ​ເລີ່ມ​ແກະ​ສະ​ຫຼັກ​ໃນ​ວັນ​ທີ 29 ສິງ​ຫາ​ນີ້. ຂ່າວ​ແຈ້ງວ່າ: ​ງານ​ຄັ້ງ​ນີ້​ເນັ້ນ "ຄວາມ​​ໄຝ່ຝັນ​ຂອງ​ຈີນ​​ຕາມ​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ໂດຍ​ປະ​ກອບ​ມີ 4 ​ສ່ວນ​ຄື: ແກະ​ສະ​ຫຼັກ​​ດິນຊາຍ​ໃນ​ຫົວ​ຂໍ້ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລສະ​ຕະ​ວັດ​ທີ 21, ແລວ​ເສດ​ຖະ​ກິດ​ແລະ​ຄວາມ​ໄຝ່​ຝັນ​ຂອງ​ຈີນ​​ຕາມໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ. ນອກ​ນີ້ ຢູ່​ສະ​ຖານ​ທີ່​ຈັດ​ງານ​ຍັງ​ໄດ້ເນ​ລະ​ມິດ​ໃຫ້​​ມີ​ນ້ຳ​ຕົກ,ນ້ຳ​ພຸ,ເຮືອ​ແດງ,ຂະ​ບວນ​ລົດ​ໄຟ​ນ້ອຍ​ແລະ​ໂຄ​ງ​ລ່າງ​ພື້ນ​ຖານສຳ​ຮອງ​ອື່ນໆ ໂດຍຄາດ​ວ່າ​ຈະ​ເລີ່ມ​ເປີດ​​ຂຶ້ນ​ໃນ​ທ້າຍ​ເດືອນ​ໜ້າ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ