ໄຂ​ມະ​ຫະກຳກິ​ລາແຫ່ງ​ຊາດຈີນ​ຄັ້ງ​ທີ 13 ​ຢູ່​ນະ​ຄອນ​ທຽນ​ສິນ
2017-08-28 14:09:53  cri 

ຕາມ​ຂ່າວ CRI: ​ມະ​ຫະ​ກຳ​ກິ​ລາ​ແຫ່ງ​ຊາດ​ຈີນ​ຄັ້ງ​ທີ 13 ໄດ້​ໄຂ​ຂຶ້ນ​ຢູ່​ສະ​ໜາມ​ກິ​ລາ​ໂອ​ລິມ​ປິກ "ຢາດ​ນ້ຳ" ​ທຽນ​ສິນ​ໃນ​ຕອນ​ຄ່ຳ​ວັນ​ທີ 27 ສິງ​ຫາ​ນີ້.

ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ເຂົ້າ​ຮ່ວມ​ແລະ​ກ່າວ​ໄຂ​ມະ​ຫະ​ກຳ​ກິ​ລາ​ຄັ້ງ​ນີ້. ​ໂດຍທ່ານ​ໂທ​ມັ​ສ ບັ​ສ ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ແລະ​ສົມ​ເດັດ​ອາ​ເມັດ ​ອານ​ຟາ ອານ​ຮາ​ເມັດ ອານ​ສະ​ບະ ປະ​ທານ​ສະ​ພາ​ມົນ​ຕີ​ກິ​ລາ​ໂອ​ລິມ​ປິກ​ອາ​ຊີ​​ເຂົ້າ​ຮ່ວມ​ພິ​ທີ​ໄຂ. ໃນ​ພິ​ທີ​ໄຂ​ໄດ້​ສະ​ແດງ​ສິ​ລະ​ປະ​ວັດ​ທະ​ນະ​ທຳ​ໃນ​ຫົວ​ຂໍ້ "ການ​ອອກ​ເດີນ​ທາງ​ເພື່ອ​ສະ​ແຫວງ​ຫາ​ຄວາມ​ຝັນ", ໄດ້​ສະ​ແດງວັດ​ທະ​ນະ​ທຳ​, ມູນ​ເຊື້ອ​ທາງ​ກິ​ລາ​ແລະ​ກົກ​ເຄົ້າ​ຂ​ອງ​ນະ​ຄອນ​ທຽນ​ສິນ​ກັບກິ​ລາ​ໂອ​ລິມ​ປິກ​ດ້ວຍ​ເຕັກ​ນິກ​ສູງ​ເຊັ່ນ​ການ​ສາດ​ເງົາ 3D ຢູ່​ໜ້າ​ດິນ​ແລະ​ອື່ນໆ. ໃນ​ຕອນ​ທ້າຍ​ຂອງ​ການ​ສະ​ແດງ, ​ເດັກ​ນ້ອຍ​ທີ່​ແຕ່ງ​ຕົວ​ເປັນ​ໂຕ​ນຳ​ໂຊກ​ "ລູກ​ທຽນ​ສິນ" ແລະ​ຫຸ່ນ​ຍົນ​ "ຢິວ​ຢິ້ວ" ໄດ້​ໄຕ້​ທວນ​ໄຟ​ຮ່ວມ​ກັນ.

ຕະ​ຫຼອດ​ໄລ​ຍະ 12 ວັນ​ນັ້ນ, ​ນັກ​ກິ​ລາ​ໝື່ນກວ່າ​ຄົນຈາກ​ 38 ຄະ​ນະຈະ​ຮ່ວມ​ຊິງ​ໄຊ 417 ລາຍ​ການ​ໃນ 33 ປະ​ເພດ​ກິ​ລາ.

 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ