ຕາມຂ່າວ CRI: ມະຫະກຳກິລາແຫ່ງຊາດຈີນຄັ້ງທີ 13 ໄດ້ໄຂຂຶ້ນຢູ່ສະໜາມກິລາໂອລິມປິກ "ຢາດນ້ຳ" ທຽນສິນໃນຕອນຄ່ຳວັນທີ 27 ສິງຫານີ້.
ທ່ານສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນໄດ້ເຂົ້າຮ່ວມແລະກ່າວໄຂມະຫະກຳກິລາຄັ້ງນີ້. ໂດຍທ່ານໂທມັສ ບັສ ປະທານຄະນະກຳມະການໂອລິມປິກສາກົນແລະສົມເດັດອາເມັດ ອານຟາ ອານຮາເມັດ ອານສະບະ ປະທານສະພາມົນຕີກິລາໂອລິມປິກອາຊີເຂົ້າຮ່ວມພິທີໄຂ. ໃນພິທີໄຂໄດ້ສະແດງສິລະປະວັດທະນະທຳໃນຫົວຂໍ້ "ການອອກເດີນທາງເພື່ອສະແຫວງຫາຄວາມຝັນ", ໄດ້ສະແດງວັດທະນະທຳ, ມູນເຊື້ອທາງກິລາແລະກົກເຄົ້າຂອງນະຄອນທຽນສິນກັບກິລາໂອລິມປິກດ້ວຍເຕັກນິກສູງເຊັ່ນການສາດເງົາ 3D ຢູ່ໜ້າດິນແລະອື່ນໆ. ໃນຕອນທ້າຍຂອງການສະແດງ, ເດັກນ້ອຍທີ່ແຕ່ງຕົວເປັນໂຕນຳໂຊກ "ລູກທຽນສິນ" ແລະຫຸ່ນຍົນ "ຢິວຢິ້ວ" ໄດ້ໄຕ້ທວນໄຟຮ່ວມກັນ.
ຕະຫຼອດໄລຍະ 12 ວັນນັ້ນ, ນັກກິລາໝື່ນກວ່າຄົນຈາກ 38 ຄະນະຈະຮ່ວມຊິງໄຊ 417 ລາຍການໃນ 33 ປະເພດກິລາ.