ເກີດ​ເຫດ​ການ​ໂຈມ​ຕີ​​ຕໍ່​ເນື່ອງ​ຢູ່​ລັດ​ຍະ​ໄຂ່​ມຽນ​ມາ
2017-08-28 14:16:37  cri 
​ໃນ​ໂອ​ກາດ​ແຈ້ງ​ຂ່າວ​ຫຼ້າ​ສຸດ​ກ່ຽວ​ກັບ​ເຫດ​ການ​ຫຼອນ​ໂຈມ​ຕີ​ທີ່​ເກີດ​ຂຶ້ນ​ຢູ່​ລັດ​ຍະ​ໄຂ່​ໃນ​ວັນ​ທີ 27 ສິງ​ຫາ​ນີ້, ຄະ​ນະ​ກຳ​ມະ​ການ​ຖະ​ແຫຼງ​ຂ່າວ​ຂອງ​ສຳ​ນັກ​ງານ​ທີ່​ປຶກ​ສາ​ແຫ່ງ​ລັດ​ມຽນ​ມາເປີດ​ເຜີຍ​ວ່າ, ​ໃນ​ວັນ​ດັ່ງ​ກ່າວໄດ້​ເກີດ​ເຫດ​ການ​ຫຼອນ​ໂຈມ​ຕີ​ຫຼາຍ​ເທື່ອ​​ຢູ່​ລັດ​ຍະ​ໄຂ່, ສົ່ງ​ຜົນ​ເຮັດ​ໃຫ້​ປະ​ຊາ​ຊົນ​ເສຍ​ຊີ​ວິດ 12 ຄົນ​ແລະ​ຫຼ້າ​ສຸດ. ມາ​ຮອດ​ປັດ​ຈຸ​ບັນ, ມີ​ຜູ້​ເສຍ​ຊີ​ວິດ​​ຈາກເຫດ​ການ​ໂຈມ​ຕີ ​ແຕ່​ວັນ​ທີ 25 ເປັນ​ຕົ້ນ​ມາກວ່າ 100 ຄົນ​ແລ້ວ.

ຂ່າວ​ແຈ້ງວ່າ, ຕອນ​ຂ້ອນ​ແຈ້ງວັນ​ທີ 27 ສິງ​ຫາ​ນີ້, ຄອບ​ຄົວ​ໜຶ່ງເຜົ່າ​ອິນ​ເດຍ​ທີ່​ມີ 12 ​ຊີ​ວິດ​ໄດ້​ຖືກ​ຫຼອນ​ໂຈມ​ຕີ​ຢູ່​ເມືອງມວງ​ໂຕ​ລັດ​ຍະ​ໄຂ່, ​ໃນ​ນີ້ 6 ຄົນ​ເສຍ​ຊີ​ວິດ​ຄາ​ທີ່ແລະ​ 2 ຄົນ​ບາດ​ເຈັບ​ສາ​ຫັດ, ຂະ​ນະ​ທີ່​ຊາວ​ບ້ານ 6 ຄົນ​ຢູ່​ບ້ານ​ໜຶ່ງ​ໃນ​​ກໍ​ໄດ້​ປະ​ສົບ​ເຄາະ​ຮ້າຍ​ເຊັ່ນ​ດຽວ​ກັນ, ​ໂດຍ​ໃນ​ນັ້ນ​ມີ​ທັງ​ນາຍ​ບ້ານ​ແລະ​ເດັກ​ນ້ອຍ​ໜຶ່ງ​ຄົນ.

ລັດ​ຍະ​ໄຂ່​ຕັ້ງ​ຢູ່​ພາກ​ຕາ​ເວັນ​ຕົກ​ຂອງ​ມຽນ​ມາ, ​ເປັນ​ຖິ່ນອາ​ໄສ​ຕົ້ນ​ຕໍ​ຂອງ​ເຜົ່າ​ຍະ​ໄຂ່​ທີ່​ເຊື່ອ​ຖື​ສາ​ສະ​ໜາ​ພຸດ, ນອກ​ນັ້ນ​ຍັງ​ມີ​ຊາວ​ໂຣ​ຮິນ​ຢາ​ທີ່​ເຊື່ອ​ຖື​ສາ​ສະ​ໜາ​ອິ​ສ​ຣາມ​​ເປັນຈຳ​ນວນ​ຫຼວງ​ຫຼາຍ, ​ໂດຍສອງ​ເຜົ່ນ​ນີ້​ໄດ້​ປະ​ທະ​ກັນມາ​ເປັນ​ໄລ​ຍະ​ຍາວ​ນານ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ