ປຶ້ມ​ເປີດ​ເຜີຍ​ອາ​ຊະ​ຍາ​ກຳ​ຮຸກ​ຮານ​ຈີນ​ຂອງກອງ​ທະ​ຫານ 731 ຜົນ​ງານ​ປະ​ພັນ​ຂອງ​ນັກ​ປະ​ພັນຍີ່​ປຸ່ນຈຳ​ໜ່າຍ​ຢູ່​ຈີນ
2017-08-29 10:28:22  cri 
 ປຶ້ມ​ບັນ​ທຶກ​ຄວາມ​ຈິງ​ເລື່ອງ​ຍາວ​ທີ່​​ຊື່​ວ່າ "ພາຍ​ໃຕ້​ມີດ​ແທງ​ແລະ​ຮົ້ວ​ກັ້ນ:ຄວາມ​ລັບ​ຂອງກອງ​ທະ​ຫານ 731 ຍີ່​ປຸ່ນ" ເຊິ່ງ​ເປັນ​ຜົນ​ງານ​ການປະ​ພັນ​ຂອງ​ທ່ານ​ນາງ ຟູ​ຢູ​ໂຄ ນິ​ຊີ​ຊາ​ໂຕ ຄົນ​ຍີ່​ປຸ່ນ​ນັ້ນ​ໄດ້​ຈຳ​ໜ່າຍ​ເປັນ​ເທື່ອ​ທຳ​ອິດ​ຢູ່​ເມືອງ​ເສິນ​ຢາງ ແຂວງ​ລຽວ​ນິງ ສ​ປ ຈີນ​ໃນ​ວັນ​ທີ 28 ສິງ​ຫາ​ນີ້​ໂດຍປຶ້ມ​ນີ້​ໄດ້​ບັນ​ທຶກ​ຂະ​ບວນ​ການ​ທີ່​ຜູ້​ຂຽນ​​ໄດ້ສຳ​ພາດ​ຜູ້​ຖືກ​ເຄາະ​ຮ້າຍ​ແລະ​ອະ​ດີດ​ເຈົ້າ​ໜ້າ​ທີ່ກອງ​ທະ​ຫານ 731 ເປັນ​ຈຳ​ນວນຫຼາຍ ເຊິ່ງ​ໄດ້​ເປີດ​ເຜີຍ​ການ​ກໍ່​ອາ​ຊະ​ຍາ​ກຳ​ຂອງກອງ​ທະ​ຫານ 731 ຢູ່​ຈີນ.

ທ່ານ​ນາງ​ຟູ​ຢູ​ໂຄ ນິ​ຊີ​ຊາ​ໂຕ ບອກ​ນັກ​ຂ່າວ​ວ່າ: ຕົນ​ໄດ້​ເດີນ​ທາງ​ມາ​ຈີນກວ່າ 30 ເທື່ອ​ເພື່ອ​ເກັບ​ກຳຫຼັກ​ຖານ​ການ​ກໍ່​ອາ​ຊະ​ຍາ​ກຳ​ຂອງກອງ​ທະ​ຫານ 731 ແລະ​ໄດ້​ພິມປຶ້ມ "ກອງ​ທະ​ຫານ 731ໃນ​ສົງ​ຄາມ​ອາ​ວຸດ​ເຊື້ອ​ໂຣກ"​ສະ​ບັບ​ພາ​ສາ​ຍີ່​ປຸ່ນ ທີ່​ເປັນ​ປຶ້ມ​ເປີດ​ເຜີຍ​ການ​ກໍ່​ອາ​ຊະ​ຍາ​ກຳ​ຂອງກອງ​ທະ​ຫານ 731 ​ຢູ່​ຍີ່​ປຸ່ນ​ເມື່ອ​ປີ 2002.

ຕາມ​ຂໍ້​ມູນ​ປະ​ຫວັດ​ສາດ​ທີ່​ເປີດ​ເຜີຍຫຼ້າ​ສຸດ, ປຶ້ມ​ "ພາຍ​ໃຕ້​ມີດ​ແທງ​ແລະ​ຮົ້ວ​ກັ້ນ:ຄວາມ​ລັບ​ຂອງກອງ​ທະ​ຫານ 731 ຍີ່​ປຸ່ນ"ໄດ້​ເປີດ​ເຜີຍ​ເປັນ​ເທື່ອ​ທຳ​ອິດ​ກ່ຽວ​ກັບ​ຄວາມ​ຈິງ​ກ່ຽວ​ກັບ​ກອງ​ທະ​ຫານ 731 ຍີ່​ປຸ່ນ​ທີ່​ໄດ້​ເອົາ​ສະ​ເລີຍ​ເສິກ​ທະ​ຫານ​ພັນ​ທະ​ມິດ​ປະ​ເທດ​ຕ່າງໆ​ມາ​ທົດ​ລອງ​ອາ​ວຸດ​ເຊື້ອ​ໂຣກ​​ທັງ​ທໍ​ລະ​ມານ​ເຂົາ​ເຈົ້າ​ຢ່າງ​ໄຮ້​ມະ​ນຸດ​ສະ​ທຳຢູ່​ຄຸກ​ກັກ​ຂັງ​ສະ​ເລີຍ​ເສິກ​ທະ​ຫານ​ພັນ​ທະ​ມິດ​ເມືອງ​ເສິນ​ຢາງຂອງ​ຈີນ. ພ້ອມ ​ກັນ​ນັ້ນ​ກໍ​ໄດ້​ເປີດ​ເຜີຍ​ເນື້ອ​ໃນ​ເຫດ​ການຫຼັງ​ສົງ​ຄາມ​ໂລກ​ຄັ້ງ​ທີ​ສອງ, ຍີ່​ປຸ່ນ​ແລະ​ອາ​ເມ​ລິ​ກາ​ໄດ້​ເຊັນ​ສັນ​ຍາຍົກ​ໂທດ​ໃຫ້​ແກ່​​ກອງ​ທະ​ຫານ 731 ເຊິ່ງ​ເປັນອາ​ຊະ​ຍາ​ກອນ​ສົງ​ຄາມ​ເຊື້ອ​ໂຣກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ