ຈີນ​ລາວ​ຫວຽດ​ນາມ​ເຊັນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ວ່າ​ດ້ວຍ​ການ​ສະ​ໜອງ​ໄຟ​ຟ້າ
2017-08-29 11:26:36  cri 
ກ່ອນ​ໜ້າ​ນີ້​ບໍ່​ດົນ, ບໍ​ລິ​ສັດ​ໄຟ​ຟ້າ​ພາກ​ໃຕ້​ຈີນ​ໄດ້​ມອບ​ສິດ​ໃຫ້​ບໍ​ລິ​ສັດ​ໄຟ​ຟ້າ​ພາກ​ໃຕ້​ຢຸນ​ນານ​ສາ​ກົນ​ຈຳ​ກັດ​ຮ່ວມ​​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈກັບ​ບໍ​ລິ​ສັດ​ໄຟ​ຟ້າ​ລາວ,​ບໍ​ລິ​ສັດ​ພົງ​​​ຊັບ​ທະ​ວີ​ຈຳ​ກັດ​ຜູ້​ດຽວ​,ບໍ​ລິ​ສັດ​ໄຟ​ຟ້າ​ຮ່າ​ໂນ້ຍ ຫວຽດ​ນາມ-ວຽງ​ຈັນ ​ວ່າ​ດ້ວຍ​ໂຄງ​ການສົ່ງ​ໄຟ​ຟ້າ​ແຮງ​ສູງ​ຈາກ​ຈີນໄປ​ຫວຽດ​ນາມ​ໂດຍ​ຜ່ານ​ລາວ​ນັ້ນ​ຢູ່​ເມືອງ​ຄຸນ​ມິງ​ແຂວງ​ຢຸນ​ນານ ສ​ປ ຈີນ ໂດຍ​​ທັງສາມ​ປະ​ເທດ​ ໄດ້​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ໃນ​ເບື້ອງ​ຕົ້ນ​ວ່າ​ແຕ່​ປີ 2021ຫາ​ປີ 2025, ຈີນ​ຈະສົ່ງ​ໄຟ​ຟ້າ​ໄປ​ຫວຽດ​ນາມ​ແຕ່ 5 ລ້ານ​ຫາ 6 ລ້ານ​ກິ​ໂລ​ວັດ​ໂມງ​ຜ່ານ​ລາວ​ແລະຖື​ວ່າ​ນີ້​ເປັນ​ໂຄງ​ການ​ເຊື່ອມ​ຈອດ​ຕາ​ໜ່າງ​ໄຟ​ຟ້າ​ຂ້າມ​ປະ​ເທດ​ທີ 3 ໂຄງ​ການ​ທຳ​ອິດຂອງ​ຈີນ ແລະ​ການ​ເປີດ​ໂຄງ​ການ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ເຊື່ອມ​ຈອດ​ຕາ​ໜ່າງ​ໄຟ​ຟ້າ​ລະ​ຫວ່າງ​ຈີນລາວ​ຫວຽດ​ນາມ​ເປັນ​ຮູບ​ປະ​ທຳແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ