ADBປ່ອຍ​ເງິນ​ກູ້ 180 ລ້ານ​ໂດ​ລາ​ໃຫ້ຈີນ​ປັບ​ປຸງ​ຄວາມ​ປອດ​ໄພ​ຂອງ​ທາງ​ລົດ​ໄຟ
2017-08-29 16:17:05  cri 
ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີຫຼືADB​ຖະ​ແຫຼງ​ໃນ​ວັນ​ທີ 28 ສິງ​ຫາ​ນີ້​ວ່າ: ຄະ​ນະ​ອຳ​ນວຍ​ການ​ໄດ້​ອະ​ນຸ​ມັດເງິນ​ກູ້ 180 ລ້ານ​ໂດ​ລາ​ສະ​ຫະ​ລັດ​ໃຫ້​ຈີນ​ເພື່ອ​ສ້າງ​ລະ​ບົບ​ຄົມ​ມະ​ນາ​ຄົມ​ທາງ​ລົດ​ໄຟ​ທີ່​ມີ​ຄວາມ​ປອດ​ໄພ​, ໜ້າ​ເຊື່ອ​ຖືກ ​ແລະ​ມີ​ປະ​ສິດ​ທິ​ພາບ​ສູງກວ່າ​ເກົ່າ​ຢູ່​ເຂດ​ພູ​ດອຍ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ປະ​ເທດ​ດັ່ງ​ກ່າວ.

ໂຄງ​ການ​ດັ່ງ​ກ່າວ​ຈະ​ເນັ້ນ​ຕິດ​ຕັ້ງ​ແລະ​ນຳ​ໃຊ້​ອຸ​ປະ​ກອນ​ເຕັກ​ນິກ​ໃໝ່ ເຊິ່ງ​ປະ​ກອບ​ມີລະ​ບົບ​ທີ່​ກ້າວ​ໜ້າ​ທັນ​ສະ​ໄໝ​ຕ່າງໆ​ຄື​ສັນ​ຍານ​ທາງ​ລົດ​ໄຟ,ລະ​ບົບ​ສື່​ສານ,ກົນ​ໄກ​ສະ​ໜອງ​ໄຟ​ຟ້າ​ພ້ອມ​ດ້ວຍ​ລະ​ບົບ​ຕິດ​ຕາມ​​ຄວາມ​ປອດ​ໄພ​ໃນ​ການ​ແລ່ນ​ຜ່ານ​ອຸ​ໂມງ. ຄາດ​ວ່າ​ໂຄງ​ການ​ນີ້​ຈະ​ກໍ່​ສ້າ​ງ​ສຳ​ເລັດ​ໃນ​ກາງ​ປີ 2024 ​ໂດຍ​ມີ​ມູນ​ຄ່າ​ການລົງ​ທຶນ 860 ລ້ານ​ໂດ​ລາ​ສະ​ຫະ​ລັດ.

ທ່ານ​ຊາ​ຣັດ ຊາ​ເຊ​ນາ ຊ່ຽວ​ຊານ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​​ຂອງADB​ຊີ້​ໃຫ້​ເຫັນ​ວ່າ: ລະ​ບົບ​ທາງ​ລົດ​ໄຟ​ທີ່​ປອດ​ໄພ​ແລະ​ກ້າວ​ໜ້າກວ່າ​ເກົ່າ​ຈະ​ເຮັດ​ໃຫ້​ປະ​ຊາ​ຊົນ​ມີ​ທາງ​ເລືອກ​ໃນ​ການ​ສັນ​ຈອນ​ທີ່​ຄຸນ​ນະ​ພາບ​ດີ​ແລະ​ສະ​ດວກວ່ອງ​ໄວ​ກວ່າ​ເກົ່າ ທັງ​ຄ້ຳ​ຊູ​​ໃຫ້​ແກ່ການ​ຂະ​ຫຍາຍ​ຕົວ​ຂອງ​ເສດ​ຖະ​ກິດ​ທ້ອງ​ຖິ່ນ​ອີກ​ດ້ວຍ. ພ້ອມ​ກັນ​ນັ້ນ, ຍັງ​ສາ​ມາດ​ສ້າງ​ວຽກ​ເຮັດ​ງານ​ທຳ​ໄດ້ຫຼາຍກວ່າ​ເກົ່າ, ຍົກ​ສູງ​ຄຸນ​ນະ​ພາບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ແລະສົ່ງ​ເສີມ​ບົດ​ບາດ​ຍິງ-ຊາຍ​. ພວກ​ຂ້າ​ພະ​ເຈົ້າ​ຫວັງ​ຈະ​ຮ່ວມ​ມື​ກັບ​ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຢ່າງ​ໃກ້​ຊິດ​ເພື່ອ​ຮ່ວມ​ກັນ​ບັນ​ລຸ​ເປົ້າ​ໝາຍ​ດັ່ງ​ກ່າວ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ