ແປງ​ລົດ​ຖີບ​​ດ້ວຍ​​ຄວາມສະ​ໝັກໃຈ
2017-08-29 17:08:08  cri 

ທ່ານ​​ຫວາງ​ຈ້ຽນ​​ມິນ ປີ​ນີ້​ອາ​ຍຸ 66 ປີ, ຊາວ​ເມືອງ​ຊີ່​ອ່ານ ແຂວງ​ສ້ານ​ຊີ່ ສ​ປ ຈີນທີ່​ກ່ອນ​​ໜ້າ​ນີ້ເພິ່ນ​ເປັນ​ພະ​ນັກ​ງານ​ອະ​ນາ​ໄມ​ຢູ່​ສວນ​ສາ​ທາ​ລ​ະ​ນະ​ແຫ່ງ​ໜຶ່ງ, ແຕ່​ເຮັດ​​ໄດ້ບໍ່​ພໍ​ເທົ່າ​ໃດ​ເດືອນ​ກໍ​ລາ​ອອກ​​ອັນ​ສ້າງ​ຄວາມ​ງົງ​ໃຫ້​ແກ່ຄອບ​ຄົວ​ໂດຍ​ຄິດ​ວ່າ​ເພິ່ນ​ຊອກ​ໄດ້​ວຽກ​ທີ່​ດີກວ່າ, ແຕ່​ບໍ່​ນຶກ​ບໍ່​ຝັນ​ເລີຍ​ວ່າ​ເພິ່ນ​ໄປ​ສ້ອມ​ແປງ​ລົດ​ຖີບ​ສາ​ທາ​ລະ​ນະ​ດ້ວຍ​ຄວາມສະ​ໝັກ​ໃຈ.

ທ່ານ​ຫວາງ​ຈ້ຽນ​ມິນບອກວ່າ: ເມື່ອ​ເຫັນ​ລົດ​ຖີບ​ສາ​ທາ​ລະ​ນະ​ທີ່​ເປ່​ເພຖິ້ມ​ຢູ່​ຕາມ​ແຄມ​ທາງ ອັນ​ເຮັດ​ໃຫ້​ເສຍພາບ​ພົດ​ແລະ​ເຫັນ​ແລ້ວ​ບໍ່​ງາມ​ຕາ​ຈິ່ງ​ຮູ້​ສຶກ​ເສຍ​ດາຍຫຼາຍ.​ໃນ​ຂະ​ນະ​ທີ່​ສ້ອມ​ແປງ​ລົດ​ຖີບ​ຕາມ​ຖະ​ໜົນ, ກໍ​ມີ​ຄົນ​​ເຂົ້າມາ​ຖາມ​ຂ້ອຍ​ວ່າ​ໄດ້​ເງິນ​ເດືອນ​ເທົ່າ​ໃດ?​ຂ້ອຍຕອບ​ວ່າ ບໍ່​ມີ​ເງິນ​ເດືອນ​ຈັກ​​ເຊິ່ງນອກ​ຈາກ​ບໍ່​ມີ​ເງິນ​ເດືອນ​ແລ້ວ,ຂ້ອຍ ຍັງ​ຕ້ອງ​ເສຍ​ເງິນ​ຊື້​ເຄື່ອງ​ມື​ສ້ອມ​ແປງ​ຕ່າງໆ​ເຊັ່ນ ບັ້ງ​ສູບ, ກະ​ແຈ​ປາກ,ຄີມ​ແລະ​ອື່ນໆ. ເພິ່ນ​ເວົ້າ​ຕື່ມ​ວ່າ: ​ຄອບ​ຄົວ​ຂ້ອຍ​ພໍ​ມີເງື່ອນ​ໄຂ​ດ້ານ​ເສດ​ຖະ​ກິດ​ຄືມີ​ເງິນ​ພໍ​ໃຊ້​ກໍ​ແລ້ວ​ກັນ, ຄົນ​ເຮົາ​ຕ້ອງ​ຮູ້​ພໍ,ຕ້ອງ​ຮູ້​ຕອບ​ບຸນ​ແທນ​ຄຸນ,,, ການ​​ໄດ້​ອອກ​ມາ​ສ້ອມ​ແປງ​ລົດ​ຖີບ​ນີ້ເຮັດ​​ໃຫ້ຂ້ອຍ​ມີ​ອາ​ລົມ​ດີ.

1  2  3  4  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ