ປາ​ແລັສຕິນປະກາດ​ສ້າງ​ຫໍ​ສະໝຸດ​ແຫ່ງ​ຊາດ
2017-08-29 16:29:36  cri 

ທ່ານ​ເອຮັດ ບະ​ເຊ​ໂຊ ລັດຖະມົນຕີ​ກະຊວງ​ວັດທະນະທຳ​ປາ​ແລັສຕິນ ​ໄດ້​ກ່າວ​ໃນ​ພິທີ​ຖະ​ແຫຼງຂ່າວຢູ່​ເມືອງ​ລາມາ​ລາ ທີ່ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ໃນ​ວັນ​ທີ 28 ສິງຫາ​ນີ້​ວ່າ: ປາ​ແລັສຕິນຈະ​ສ້າງ​ຫໍສະໝຸດ​ແຫ່ງ​ຊາດ​ແຫ່ງ​ທຳ​ອິດ​ຢູ່​ພາກ​ເໜືອ​ຂອງ​ເມືອງ​ດັ່ງກ່າວ.

ທ່ານ​ບະ​​ເຊ​ໂຊ ກ່າວ​ວ່າ: ຫໍສະໝຸດ​ແຫ່ງ​ຊາດ​ເປັນ​ສັນຍະລັກ​ແຫ່ງ​ສິດ​ອຳນາດ​ອະທິປະ​​ໄຕ ​ເຊິ່ງປາ​ແລັສຕິນ​ໄດ້ກ້າວ​ໄປ​ສູ່​ການ​ມີ​ສິດ​ອຳນາດ​ອະທິປະ​ໄຕ​ຢ່າງ​ສົມບູນ. ຂະນະ​ທີ່​ຫໍສະ​ໝຸດ​ແຫ່ງ​ຊາດ​ແຫ່ງ​ນີ້​ຈະ​ເນັ້ນຮັກສາ​ຜົນງານ​ວັດທະນະທຳ​ປາ​ແລັສຕິນທີ່ກະ​ແຈກກະຈາຍ​ຢູ່​​ປະ​ເທດ​ຕົນ​ແລະແຫ່ງ​ຕ່າງໆ​ໃນ​ໂລກ.

ຂ່າວ​ລາຍ​ງານ​ວ່າ: ຫໍສະໝຸດ​ແຫ່ງ​ຊາດ​ປາ​ແລັສຕິນຈະ​ສ້າງ​ຂຶ້ນຢູ່​ເຂດ​ຊູ​ດາ ທາງ​ພາກ​ເໜືອ​ຂອງ​ເມືອງ​ລາມາ​ລາ ​ໂດຍ​ຫັນ​ເອົາ​ຫໍ​ຮັບ​ແຂກ​ເມືອງ​ເປັນ​ຫໍສະໝຸດ​ດັ່ງກ່າວ ​ແລະ ຄາດ​ວ່າ​ຈະ​ກວມ​ເອົາເນື້ອ​ທີ່ກໍ່​ສ້າງ 4,700 ຕາ​ແມັດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ