ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ການ​ລະດົມ​ທຶນ​ເພື່ອ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ອາ​ຊຽນຈັດ​ຂຶ້ນຢູ່​ໄທ
2017-08-29 16:31:19  cri 

ກອງ​ປ​​ະຊຸມ​ເວທີ​ປຶກສາ​ຫາລື​ການ​ລະດົມ​ທຶນ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ອາ​ຊຽນ ​ເຊິ່ງ​ສຳນັກ​ເລຂາ​ອາ​ຊຽນ, ​ທູດ​ຈີນ​ປະຈຳ​ອາ​ຊຽນ ​ແລະ ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ການ​ພັດທະນາ ຫຼື UNDP ​ເປັນ​ເຈົ້າພາບ​ຮ່ວມນັ້ນ ​ໄດ້​ຈັດ​ຂຶ້ນຢູ່​ແຂວງ​ຊຽງຣາຍປະ​ເທດ​ໄທ​​ເມື່ອ​ບໍ່​ດົນ​ມາ​ນີ້ ​ໂດຍ​ນັກວິຊາການຈີນ, ປະ​ເທດ​ໃນ​ອາ​ຊຽນ ​ແລະ ອົງການ​ສະຫະ​ປະຊາ​ຊາດ ຈະ​ຮ່ວມ​ກັນ​ວາງ​ແຜນ​ລະດົມ​ທຶນ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​​ອາ​ຊຽນ.

ທ່ານວົງ​ເທບ ອັດທະ​ຄາຍ​ວັນ​ວະ​ທີ ຮອງ​ເລຂາທິການ​ອາ​ຊຽນ ກ່າວ​ວ່າ: ອາ​ຊຽນ ​ແລະ ຈີນ​ສຸມ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ພາດ​ທະນາ​ແບບ​ຍືນ​ຍົງ​ຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ. ​ແນວ​ໃດ​ກໍ​ດີ, ຈີນ​ໄດ້ຮັບ​ໝາກຜົນ​ອັນ​ພົ້ນ​ເດັ່ນ​ໃນ​ການຫຼຸດຜ່ອນ​ຄວາມທຸກ​ຍາກ ​ແລະ ໝາກຜົນ​ເຫຼົ່ານີ້ ສ່ວນຫຼາຍກໍ​ຖືກ​ປະ​ເທດ​ໃນ​ອາ​ຊຽນກຳນົດ​ເຂົ້າ​ໃນ​ຍຸດ​ທະ​ສາດ​ການຫຼຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ຕົນ​ແລ້ວ. ຈາກ​ນີ້​ຈຶ່ງຫວັງ​ວ່າ​ອາ​ຊຽນ​ແລະ​ຈີນ​ຈະ​ແລກປ່ຽນ​​ບົດຮຽນຫຼຸດຜ່ອນ​ຄວາມທຸກ​ຍາກຢ່າງ​ຕໍ່​ເນື່ອງ.

"ຮ່າງ​ບົດ​ລາຍ​ງານ​ການ​ລະດົມ​ທຶນ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ອາ​ຊຽນ" ທີ່​ນຳ​ມາ​ຫາລື​ກັນ​ໃນ​ກອງ​ປະຊຸມ​ດັ່ງກ່າວ ​ໄດ້​ລະບຸ​ວ່າ: ການ​ຮ່ວມ​ມື​ລະຫວ່າງ​ໃຕ້​ໃຕ້​ໃນ​ພາກ​ພື້ນ​ນີ້ ​ໄດ້​ພັດທະນາ​ຢ່າງ​ວ່ອງ​ໄວ ​ໂດຍ​ສະ​ເພາະ​ການ​ສະໜັບສະໜູນ​ດ້ານ​ການ​ເງິນ​ຈາກ​ຈີນ ​ໄດ້​ສ້າງ​ໂອກາດ​ສຳຄັນ​ໃຫ້​ແກ່​ການ​ລະດົມ​ທຶນ​ໃນ​ຂົງ​ເຂດ​ການ​ກໍ່​ສ້າງ​ພື້ນຖານ​ໂຄງ​ລ່າງ ​ແລະ ​ເຮັດ​ໃຫ້​ທຶນ​ທີ່​ບໍ່ພໍ​ນັ້ນຫຼຸດໜ້ອຍ​ລົງ. ຂະນະ​ທີ່​ຂໍ້​ລິເລີ່​ມ "ໜຶ່ງ​ແລວ​ທາງໜຶ່ງ​ເສັ້ນທາງ"  ​ແລະ ມາຕະການ​ການ​ເງິນ ​ເປັນຕົ້ນ ກອງ​ທຶນ​ການ​ຮ່ວມ​ມື​ດ້ານການ​ລົງທຶນຈີນ-ອາ​ຊຽນ ທີ່​ພວມ​ພັດທະນາ ກໍ​ໄດ້ສ້າງ​​ໂອກາດສຳຄັນ​ໃຫ້​ແກ່​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ຂອງ​ພາກ​ພື້ນ​ອາ​ຊຽນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ