ນາ​ຍົກ​ໄທຈະ​ພິ​ຈາ​ລະ​ນາ​ສັ່ງ​ຖອນ​ໜັງ​ສື​ຜ່ານ​ແດນ​ຂອງ​ທ່ານ​ນາງ ຍິ່ງ​ລັກ ຊິນ​ນະ​ວັດ
2017-08-29 11:27:21  cri 
ວັນ​ທີ 28 ສິງ​ຫາ​ນີ້, ທ່ານ ປ​ຣະ​​ຍຸດ ຈັນ​ໂອ​ຊາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ກ່າວ​ວ່າ: ຕົນ​ບໍ່​​ມີ​ຂໍ້​ຕົກ​ລົງ​ໃດໆ​ກັບ​ທ່ານ​ນາງ ຍິ່ງ​ລັກ ຊິນ​ນະ​ວັດ ອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກ່ຽວ​ກັບ​ການ​ປ່ອຍ​ອອກ​ນອກ​ປະ​ເທດ. ຂະ​ນະ​ທີ່ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງຈະ​ພິ​ຈາ​ລະ​ນາ​ວ່າ:ມີ​ຄວາມ​ສາ​ມາດ​ຖອນໜັງ​ສື​ຜ່ານ​ແດນ​ຂອງ​ທ່ານ​ນາງ ຍິ່ງ​ລັກ ຊິນ​ນະ​ວັດ​ຕາມ​ກົດ​ໝາຍ​​ໄດ້ຫຼື​ບໍ່.

ໃນ​ມື້​ດັ່ງ​ກ່າວ,ທ່ານ ປ​ຣະ​​ຍຸດ ຈັນ​ໂອ​ຊາ​ກ່າວ​ຂະ​ນະ​ໃຫ້​ສຳ​ພາດ​​ສື່ມວນ​ຊົນແຂວງ​ສະ​ແກ້ວ​ທາ​ງ​ພາກ​ຕາ​ເວັນ​ອອກ​ຂອງ​ໄທວ່າ: ​ບໍ່​ຮູ້ຈຸດ​ຢູ່​ຂອງອະ​ດີດ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ມໍ່ໆ​ນີ້ ແລະອາດ​ຈະ​ມີ​ຄົນ​ຊ່ວຍ​ອອກ​ນອກ​ປະ​ເທດແລ້ວ. ທ່ານ​ກ່າວ​ຕື່ມ​ວ່າ: ໜ້າ​ທີ່​ຂອງ​ຕົນ​​ຄື​ຮັບ​ປະ​ກັນ​ຂັ້ນ​ຕອນ​ການປະ​ຕິ​ບັດ​ກົດ​ໝາຍ​ໃຫ້​ສາ​ມາດ​ດຳ​ເນີນ​ໄປ​ດ້ວ​ຍ​ດີ. ປັດ​ຈຸ​ບັນ, ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ພວມ​​ໄລ່​ສືບ​ສວນ​ແລະ​ສອບ​ສວນ ແລະ​ຈະພິ​ຈາ​ລະ​ນາ​ການ​ສັ່ງ​ຖອນ​ໜັງ​ສື​ຜ່ານ​ແດນ​ຂອງ​ທ່ານ.

ທ່ານ ວິ​ຊະ​ນຸ ເຄືອ​ງາມ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທີ່​ຮັບ​ຜິດ​ຊອບ​ວຽກ​ງານ​​ກົດ​ໝາຍ​​ໄທ​ກ່າວ​ໃນ​ມື້​ດັ່ງ​ກ່າວ​ວ່າ: ຖ້າ​​ໄດ້​ຮັບ​ການ​ຢືນ​ວ່າ​ທ່ານ​ໄດ້​ອອກນອກ​ປະ​ເທດ​ແທ້​ແລ້ວ, ​ກໍ​ຈະ​ຖືກ​ລົງ​ໂທດ​ຢ່າງ​ໜັກ​ໜ່ວງ​ກວ່າ​ເກົ່າ. ທ່ານ​ກ່າວ​​ຕື່ມວ່າ: ຖ້າ​ອອກນອກ​ປະ​ເທດ​ແຕ່​ບໍ່​ມີ​ການ​ປັບ​ໃໝ​ໃດໆ​ຈະ​ສົ່ງຜົນ​ກະ​ທົບ​ຕໍ່​ທົ່ວ​ສັງ​ຄົມ. ອີງ​ຕາມ​ກົດ​ໝາຍ, ສານ​​ດີ​ກາ​ພະ​ແນກ​ຄະ​ດີ​ຂອງ​ຜູ້​ດຳ​ລົງ​ຕຳ​ແໜ່ງ​ທາງ​ການ​ເມືອງໄທ​ສາ​ມາດ​ປະ​ກາດ​ຜົນ​ການ​ຕັດ​ສິນ​​ໄດ້ ເຖິງວ່າ​ຜູ້​ຖືກ​ກ່າວ​ຟ້ອງ​ບໍ່​ຂຶ້ນ​ສານ ແລະ​ກໍສາ​ມາດ​​ແກ່​ຍາວ​ເວ​ລາ​ປະ​ກາດ​ຜົນ​ການ​ຕັດ​ສິນ​​ໄດ້ອີກ​ເທື່ອ​ໜຶ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ