ຈີນ​ເດີນ​ທາງ​ສູ່ການ​ສຳ​ຫຼວດ​ວິ​ທະ​ຍາ​ສາດ​ລວມ​ທາງ​ທະ​ເລ​ໂລກ​ຄັ້ງ​ທຳ​ອິດ​
2017-08-29 16:12:13  cri 
ວັນ​ທີ 28 ສິງ​ຫາ​ນີ້, ກຳ​ປັ່ນ "ຊ້ຽງ​ຢາງ​ຫົງ 01" ເຊິ່ງ​ເປັນ​ກຳ​ປັ່ນ​ສຳ​ຫຼວດ​ວິ​ທະ​ຍາ​ສາດລຸ້ນ​ໃໝ່​​ທັນ​ສະ​ໄໝ​ທີ່​ສຸດ​ຂອງ​ຈີນ​ໃນ​ປັດ​ຈຸ​ບັນໄດ້​ເລີ່ມ​ອອກ​ເດີນ​ທາງ​ຈາກ​ທ່າ​ກຳ​ປັ່ນ​ຊິ່ງ​ດາວ ສ​ປ ຈີນ, ເພື່ອເລີ່ມ​ປະ​ຕິ​ບັດ​ໜ້າ​ທີ່​ສຳ​ຫຼວດ​ວິ​ທະ​ຍາ​ສາດ​​ລວມທາງ​ທະ​ເລ​ຂອງ​ໂລກ​ເປັນ​ຄັ້ງ​ທຳ​ອິດ, ​ແລະ​ກໍ​ແມ່ນ​​ການ​ປະ​ສົມ​ປະ​ສານ​ລະ​ຫວ່າງການ​ສຳ​ຫຼວດ​ມະ​ຫາ​ສະ​ໝຸດ​ແລະ​ຂົ້ວ​ໂລກ​ເປັນ​ຄັ້ງ​ທຳ​ອິດ. ​ການ​ສຳ​ຫຼວດ​​ລວມ​ຄັ້ງ​ນີ້​ເນັ້ນ​ການກວດ​ກາ​ເຂດ​ທະ​ເລ​ຂອງ​ຂົ້ວ​ໂລກ​ໃຕ້ຢ່າງ​ຮອບ​ດ້ານ, ແລະ​ຈະ​ສະ​ໜອງ​ຂໍ້​ມູນ​ທາງວິ​ທະ​ຍາ​ສາດ​​ທີ່ສຳ​ຄັນ​ໃຫ້​ແກ່​ການ​ຄົ້ນ​ຄວ້າ​ໃນ​ໄລ​ຍະ​ຜ່ານ​ມາ, ກໍ​ຄືປັດ​ຈຸ​ບັນ​ແລະ​ອະ​ນາ​ຄົດ​ຂອງ​ເຂດ​ຂົ້ວ​ໂລກ​ໃຕ້.

​ນັກ​ວິ​ເຄາະ​ເຫັນ​ວ່າ, ການ​ສຳ​ຫຼວດ​ຄັ້ງ​ນີ້​ຕົ້ນ​ຕໍ​ເນັ້ນ​ຊີກ​ໂລກ​ໃຕ້​ທີ່​ມະ​ນຸດ​​ຮູ້​ອ່າວ​ໜ້ອຍ, ໂດຍກວມ​ເອົາມະ​ຫາ​ສະ​ໝຸ​ດ​ອິນ​ເດຍ​ໃຕ້, ມະ​ຫາ​ສະ​ໝຸດ​​ອັດ​ລັງ​ຕິກ​ໃຕ້​ແລະ​ມະ​ຫາ​ສະ​ໝຸດ​ປາ​ຊິກ​ຟິກ​ຕາ​ເວັນ​ອອກ​ສຽງ​ໃຕ້, ​ລວມ​ທັງຄົ້ນ​ຄ້​ວາ​ກົດ​ເກນ​ການ​ພົວ​ພັນ​ລະ​ຫວ່າງ​ຫີນ, ນ້ຳ, ອາ​ກາດ​ແລະ​ຊີ​ວະ​​ນາໆ​ພັນ​ຂອງ​ຊີກ​ໂລກ​ໃຕ້, ​ທັງນີ້​​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ວ່າ​ຈີນ​ໄດ້​ລວມ​ບົດ​ບາດ​ທີ່​ ສຳ​ຄັນ​ໃນ​ການ​ສຳ​ຫຼວດ​ວິ​ທະ​ຍາ​ສາດ​ທາງ​ທະ​ເລ​ອີກ​ກ້າວ​ນຶ່ງ​ທັງ​ເປັນຜົນ​ດີ​ຕໍ່​ການ​ຊອກ​ຮູ້​ທະ​ເລ​ຈາກ​ຫຼາຍ​ປະ​ເພດ​ວິ​ຊາ, ຫຼາຍ​​ຂໍ້​ມູນ, ຫຼາຍ​ແງ່​ແລະ​ຫຼາຍ​ພາກ​ພື້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ