ຈີນ​ປະສົບ​ຜົນສຳ​ເລັດໃນ​ການຫຼຸດຜ່ອນ​ຄວາມທຸກ​ຍາກ
2017-08-30 11:18:48  cri 

ໂດຍ​ໄດ້​ຮັບ​ການ​ມອບ​ໝາຍຈາກ​ລັດຖະບານ, ທ່ານຫຼິວຢົງ​ຝູ ຫົວໜ້າ​ຫ້ອງການຫຼຸດຜ່ອນ​ຄວາມທຸກ​ຍາກ ລັດຖະບານ​ຈີນ ​ໄດ້​ລາຍ​ງານ​ສະພາບການຫຼຸດຜ່ອນ​ຄວາ​ມທຸກ​ຍາກ​ຂອງ​ລັດຖະບານ​ຕໍ່​ກອງ​ປະຊຸມຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດຊຸດ​ທີ 12 ​​ຄັ້ງທີ 29 ໃນ​ວັນ​ທີ 29 ສິງຫາ​ນີ້ ​ໂດຍ​ກ່າວ​ວ່າ: ​ແຕ່​ປີ 2013-2016, ປະຊາກ​ອນຜູ້​ທຸກ​ຍາກ​ໃນ​ຊົນນະບົດ​ຕາມ​ມາດ​ຕະຖານ​ປັດຈຸບັນ ​ໄດ້​ຫຼຸດລົງ​ຈາກ 98 ລ້ານ 9 ​ແສນ 9 ໝື່ນ​ຄົນ​ເຫຼືອ 43 ລ້ານ 3 ​ແສນ 5 ໝື່ນ​ຄົນ ​​ເຊິ່ງ​ຫຼຸດ​ລົງ​ໂດຍ​ສະ​ເລ່ຍ 13 ລ້ານ 9 ​ແສນ 1 ໝື່ນ​ຄົນ​ຕໍ່​ປີ.

ທ່ານຫຼິວຢົງ​ຝູ ກ່າວ​ວ່າ: ນັບ​ແຕ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ 18 ຂອງ​ພັກ​ກອມ​ມູນິດ​ຈີນ​ເປັນຕົ້ນ​ມາ, ວຽກ​ງານຫຼຸດຜ່ອນ​ຄວາມທຸກ​ຍາກ​ໄດ້​ຮັບ​ປະສິດທິ​ຜົນ ​ເຊິ່ງບໍ່​ພຽງ​ແຕ່​ເປັນ​ຜົນງານ​ທີ່​ພົ້ນ​ເດັ່ນ​ທີ່​ສຸດ​ໃນ​ປະຫວັດສາດ​, ຍັງ​ເຮັດ​ໃຫ້​ພາລະກິດຫຼຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ປະ​ເທດ​ຕົນ​ສືບ​ຕໍ່​ນຳ​ໜ້າ​ໂລກ ​ເຊິ່ງສະ​ແດງ​ໃຫ້​ເຫັນ​ເຖິງ​ທ່າ​ແຮງ​ທາງ​ການ​ເມືອງ​ແລະ​ລະບອບ​ຂອງ​ປະ​ເທດ​ຕົນ.

ທ່ານຫຼິວຢົງ​ຝູ ກ່າວ​ຕື່ມ​ວ່າ: ​ແຕ່​ປີ 2013-2016, ອັດຕາ​ການ​ເກີດຄວາມທຸກ​ຍາກ​ໃນ​ຊົນນະບົດ​ໄດ້​ຫຼຸດຈາກ 10,2% ລົງ​ເປັນ 4,5% ​ເຊິ່ງຫຼຸດລົງສະ​ເລ່ຍ 1,4% ຕໍ່​ປີ ​ແລະ​ເມື່ອ​ທຽບ​ໃສ່​ການຫຼຸດຜ່ອນ​ຄວາມທຸກ​ຍາກ​ໃນຫຼາຍ​ເທື່ອຜ່ານ​ມາ ​ເຊິ່ງບໍ່​ພຽງ​ແຕ່​ໄດ້​​ເຮັດ​ໃຫ້​ຈຳນວນ​ຜູ້​ທຸກ​ຍາກຫຼຸດໜ້ອຍ​ລົງ​ຢ່າງຫຼວງຫຼາຍ​, ​ຍັງ​ໄດ້​ປ່ຽນ​ແປງ​ທ່າ​ອ່ຽງຂອງ​ອັດຕາ​ຜູ້​ທຸກ​ຍາກ​​​ກໍຫຼຸດ​ຕ່ຳ​ລົງຫຼາຍ​ໃນ​ແຕ່ລະ​ປີຫຼັງປະຕິບັດ​ມາດຕະຖານ​ໃໝ່​ຈາກ​ເມື່ອກ່ອນ ​ໂດຍ​ແຕ່ລະ​ປີມີກວ່າ 10 ລ້ານ​ຄົນ​ໄດ້ຫຼຸດ​ພົ້ນອອກຈາກ​ຄວາມທຸກ​ຍາກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ