ລັດຖະບານ​ໄທ​ອະນຸມັດ​ສັນຍາ​ຕິດຕາມ​ຄຸ້ມ​ຄອງ​ໂຄງການ​ຮ່ວມ​ມື​ທາງ​ລົດ​ໄຟ​ໄທ-ຈີນ​ໄລຍະ 1
2017-08-30 11:21:48  cri 

ຫຼັງຈາກ​ໄດ້​ອະນຸມັດ​ສັນຍາ​ອອກ​ແບບ​ການ​ກໍ່ສ້າງ​ໄລຍະ 1 ຂອງໂຄງການຮ່ວມ​ມື​ທາງ​ລົດ​ໄຟ​ໄທ-ຈີນຕອນ​ນະຄ​ອນຫຼວງບາງກອກ-​ແຂວງ​ນະຄອນຣາຊະ​ສີມາ ​ໃນ​ວັນ​ທີ 22 ສິງຫາ​ນີ້​ແລ້ວ, ​ລັດຖະບານ​ໄທກໍ​ໄດ້​ອະນຸມັດ​ສັນຍາ​ຕິດຕາມ​ຄຸ້ມ​ຄອງ​ໂຄງການ​ດັ່ງກ່າວ​ອີກ​ໃນ​ວັນ​ທີ 29 ​ເດືອນ​ດຽວ​ກັນ.

​ເວັບ​ໄຊ​ລັດຖະບານ​ໄທ ​ໄດ້​ເຜີຍ​ແຜ່​ບົດບັນທຶກ​ກອງ​ປະຊຸມ​ລັດຖະບານ ​ໂດຍ​ຊີ້​ໃຫ້​ເຫັນວ່າ: ກອງ​ປະຊຸມ​ລັດຖະບານ​ໄດ້​ອະນຸມັດ​ສັນຍາ​ດັ່ງກ່າວ​​ແລ້ວ, ຂະນະ​ດຽວ​ກັນ ​ກໍໄດ້​ເພີ່ມ​ງົບປະມານ​​ຕິດຕາມ​ຄຸ້ມ​ຄອງ​ໂຄງການ​ຈາກ 1 ຕື້ 649 ລ້ານ​ບາດ ​ຂຶ້ນ​ເປັນ 3 ຕື້ 500 ລ້ານ​ບາດ, ​ແຕ່​ງົບປະມານ​ລວມຂອງ​ໂຄງການບໍ່​ມີ​ການ​ປ່ຽນ​ແປງ ​ຄື​ມີ​ມູນ​ຄ່າ 179 ຕື້ 400 ລ້ານ​ບາດ.

ທ່ານ​ກອບ​ສັກ ພູ​ຕະກຸນ ຮອງ​ລັດຖະມົນຕີ​ປະຈຳ​ສຳນັກງານ​ນາຍົກລັດຖະມົນຕີ​ໄທ ​ໄດ້​ຖະ​ແຫຼງຂ່າວຫຼັງກອງ​ປະຊຸມ​ລັດຖະບານ​ວ່າ: ການ​​ເພີ່ມ​ງົບປະມານ​​ຄື​ດັ່ງກ່າວ ​ເນື່ອງ​ຈາກ​ໄດ້​ເພີ່ມ​ວຽກ​ງານ​ກ່ຽວກັບ​ຄວາມ​ປອດ​ໄພ​ໃນ​ການ​ກໍ່ສ້າງ​ໂຄງການ ​ແລະ​ວຽກ​ງານ​ອື່ນໆໃສ່.

​ເມື່ອ​ບໍ່​ດົນ​ຜ່ານ​ມາ, ສະຖານທູດ​ຈີນ​ປະຈຳ​ໄທ ​ໄດ້​ແຈ້ງວ່າ: ປັດຈຸບັນ, ຈີນ​ແລະ​ໄທ​ພວມ​ຂຸ້ນຂ້ຽວເຮັດ​ວຽກ ​ເພື່ອ​ຈະ​ໄດ້​ເຊັນ​ສັນຍາ​​ໃນຕົ້ນ​ເດືອນ​ກັນຍາ​ໜ້າ​ນີ້ ​ແລະ​ອາດ​ຈະ​ເລີ່​ມປະຕິບັດ​ໂຄງການ​ໃນ​ເດືອນ​ຕຸລາ​ປີ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ