ຫວຽດນາມ​ເປັນ​ເຈົ້າຈັດກອງ​ປະຊຸມ​ເຈົ້າໜ້າ​ທີ່​ຂັ້ນສູງ​ຄັ້ງທີ 3 ຂອງ​ກອງ​ປະຊຸມສຸດ​ຍອດ​ອາ​ເປັກ 2017​
2017-08-30 16:36:46  cri 

ກອງ​ປະຊຸມ​ເຈົ້າໜ້າ​ທີ່​ຂັ້ນສູງ​ຄັ້ງທີ 3 ຂອງກອງ​ປະຊຸມ​ສຸດ​ຍອດ​ອົງການ​ອາ​ເປັກ 2017 ​ໄດ້​ຈັດ​ຂຶ້ນຢູ່​ນະຄອນ​ໂຮ່​ຈິ​ມິງ ສສ ຫວຽດນາມ​ໃນ​ວັນ​ທີ 29 ສິງຫາ​ນີ້ ​ໂດຍ​ຈະ​ເນັ້ນ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ ​ແລະອື່ນໆ.

ກອງ​ປະຊຸມ​​ດັ່ງກ່າວ​ຈະ​ດຳ​ເນີນ 2 ວັນ ​ໂດຍ​ຜູ້​ແທນ​ຈາກ​ກຸ່ມ​ເສດຖະກິດ​ທີ່​ເປັນ​ສະມາຊິກ​ອາ​ເປັກ, ສຳນັກ​ເລຂາ​ອາ​ຊຽນ, ຄະນະ​ກຳມະການ​ຮ່ວມ​ມື​ເສດຖະກິດ​ປາຊີ​ຟິກ, ສະພາ​ມົນຕີ​ການ​ປຶກສາ​ອຸດສາຫະກຳ​ການ​ຄ້າ​ອາ​ເປັກ ​ແລະ​ອື່ນໆ ​ເກືອບ 200 ທ່ານ​ເຂົ້າຮ່ວມ ​ເຊິ່ງຕົ້ນຕໍຈະ​ທົບ​ທວນຄືນ​ໝາກຜົນ​​ທີ່​ໄດ້​ຮັບນັບ​ແຕ່​ກອງ​ປະຊຸມ​ເຈົ້າໜ້າ​ທີ່​ຂັ້ນສູງ​ຄັ້ງທີ 2 ​ເປັນຕົ້ນມາ ​ແລະ ກວດກາ​ຄວາມ​ຄືບ​ໜ້າ​ຂອງ​ວຽກ​ງານທຸກ​ຢ່າງ​ເພື່ອກະກຽມ​​ໃຫ້​ແກ່​ກິດຈະກຳ​ຕ່າງໆ​ຂອງ​ອາ​ເປັກ​ໃນ​ຕໍ່ໜ້າ.

ມື້​ດຽວ​ກັນ, ຜູ້​ແທນ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ການ​ປະຕິ​ຮູບ​ກົນ​ໄກ ​ແລະ ​ໂຄງ​ປະກອບ, ການ​ພັດທະນາ​ຊັບພະຍາກອນ​ມະນຸດ, ​ເປົ້າໝາຍ​ໂບກໍ (Bogor Goals), ການ​ຄ້າ​ຜ່ານ​ທາງ​ເອ​ເລັກ​ໂຕຣນິກ, ສັນຍາ​ການ​ຄ້າ​ໃນ​ພາກ​ພື້ນ, ສັນຍາ​ການ​ຄ້າ​ເສລີ, ​ເຂດ​ການ​ຄ້າ​ເສລີ​ອາຊີ​ປາຊີ​ຟິກ, ອຸດສາຫະກຳສຳຮອງ ​ແລະ​ອື່ນໆ​ເປັນຕົ້ນຕໍ.
ກອງ​ປະຊຸມ​ສຸດ​ຍອດ​ອົງການ​ອາ​ເປັກ 2017 ຈະ​ຈັດ​ຂຶ້ນຢູ່​​ນະຄອນ​ດາ​ນັງ ສສ ຫວຽດນາມ​ໃນ​ເດືອນ​ພະຈິກ​ປີ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ