ລັດຖະບານ​ໄທ​ອະນຸມັດ​​ງົບ​ເກືອບ 42 ຕື້​ບາດອຸດ​ໜູນ​ຜູ້ມີ​ລາຍ​ຮັບ​ຕ່ຳ
2017-08-30 16:38:50  cri 

ກອງ​ປະຊຸ​ມລັດຖະບານ​ໄທ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 29 ສິງຫາ​ນີ້ ​ໄດ້​ອະນຸມັດ​ງົບປະມານ​ 41 ຕື້ 940 ລ້ານ​ບາດ​ ​ເພື່ອ​ອຸດ​ໜູນ​ຜູ້​ມີລາຍ​ຮັບ​ຕ່ຳທີ່​ໄດ້​ຈົດ​ທະບຽນ​ໃນ​ທົ່ວ​ປະ​ເທດ​ປະມານ 11 ລ້ານ 6 ​ແສນ 7 ໝື່ນ​ຄົນ ​ໂດຍ​ເລີ່​ມປະຕິບັດ​ແຕ່​ວັນ​ທີ 1 ຕຸລາ​ປີ​ນີ້​ເປັນຕົ້ນ​ໄປ.

ການ​ອຸດ​ໜູນດັ່ງກ່າວ ຈະ​ເບີກ​ຈ່າຍ​ຕາມ​ລາຍ​ຮັບ​ຂອງ​ປະຊາຊົນ​ເປັນຕົ້ນ ຜູ້​ມີ​ລາຍ​ຮັບ​ຕ່ຳ​ກວ່າ 3 ໝື່ນ​ບາດ ຈະ​ໄດ້​ຮັບ​ເງິນອຸດ​ໜູນ 300 ບາດ​ຕໍ່​ເດືອນ ຫຼື 3.600 ບາດ​ຕໍ່​ປີ; ຜູ້​ມີ​ລາຍ​ຮັບ​​ແຕ່ 3 ໝື່ນ​ບາດຫາ 1 ​ແສນ​ບາດ ຈະ​ໄດ້​ຮັບ​ເງິນ​ອຸດ​ໜູນ 200 ບາດ​ຕໍ່​ເດືອນ ຫຼື 2.400 ບາດ​ຕໍ່​ປີ. ນອກ​ນີ້, ລັດຖະບານ​ຍັງ​ຈະ​ສະໜອງອາຫານຊຸດ ​ແລະ ຫຼຸດລາຄາ​ຄ່າ​ໂດຍສານ, ຊື້​ເຄື່ອງ ​ແລະ​ອື່ນໆ​ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ