ກະຊວງ​ການ​ຕ່າງປະ​ເທດ​ຈີນຢືນຢັນ​ທ່ານ​ສີ​ຈິ້ນ​ຜິ​ງຈະ​ເປັນ​ປະທານ​ກອງ​ປະ​ຊຸມ​ຜູ້ນຳ​ປະ​ເທດ​ບຣິກສ ຄັ້ງທີ 9
2017-08-30 16:55:50  cri 

ກະຊວງ​ການ​ຕ່າງປະ​ເທດ​ຈີນ​​ໄດ້ຈັດ​ພິທີ​ຖະ​ແຫຼງຂ່າວ​ໃນ​ວັນ​ທີ 30 ສິງຫາ​ນີ້ ​ໂດຍ​ທ່ານ​ຫວາງ​ຢີ້ ລັດຖະມົນຕີ​ກະຊວງ​ດັ່ງກ່າວ​ໄດ້​​​ແຈ້ງໃຫ້​ຮູ້​ວ່າ: ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ ຈະ​ເ​ປັນ​ປະທານ​ກອງ​ປະຊຸມ​ຜູ້ນຳປະ​ເທດ​ບຣິກສ ຄັ້ງທີ 9 ​ແລະ ກອງ​ປະຊຸມ​ພົບ​ປະລະ​ຫວ່າງປະ​ເທດ​ທີ່​ເປັນ​ຕະຫຼາດພັດທະນາ​ໃໝ່ ​ແລະ ປະ​ເທດ​ພວມ​ພັດທະນາ ທັງ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ.

ທ່ານ​ຫວາງ​ຢີ້ ກ່​າວວ່າ: ກອງ​ປະຊຸມ​ພົບ​ປະລະ​ຫວ່າງ​ຜູ້ນຳ​ປະ​ເທດ​ບຣິກສ ຄັ້ງທີ 9 ຈະ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້ ​ໂດຍ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ ​ແລະ​ຜູ້ນຳ​ຈາກ​ປະ​ເທດບຣິກສ ຈະ​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ຮ່ວມ​ມື ​ແລະ ບັນຫາທີ່​ສົນ​ໃຈ​ຮ່ວມ​ກັນຢ່າງ​ເລິກ​ເຊິ່ງ. ​ໃນ​ໄລຍະ​ກອງປະຊຸມ, ຈີນ​ຍັງ​ຈະ​ຈັດ​ກອງ​ປະຊຸມ​ພົບ​ປະລະ​ຫວ່າງ​ປະ​ເທດ​ທີ່​ເປັນ​ຕະຫຼາດພັດທະນາ​ໃໝ່ ​ແລະ ປະ​ເທດ​ພວມ​ພັດທະນາອີກ. ​ເມື່ອ​ເຖິງເວລານັດ​ໝາຍ, ຜູ້ນຳ​ປະ​ເທດ​ບຣິກສ ​ແລະ ​ເອຢິບ, ກີ​ເນ, ​ແມັກ​ຊິກ, ຕາ​ຈີ​ກິ​ສະຖານ ​ແລະ ​ໄທ ຈະ​ເດີນທາງ​ເຂົ້າຮ່ວມ​ກອງ​ປະຊຸມ​ຢູ່​ເມືອງ​ເຊ້ຍ​ເໝິນ ​ເພື່ອ​ປຶກສາ​ຫາລື​ແຜນການ​ໃຫຍ່​​ໃນການ​ຮ່ວມ​ມື​ລະຫວ່າງ​ຕະຫຼາດພັດທະນາ​ໃໝ່​ ແລະປະ​ເທດ​ພວມ​ພັດທະນາ. ສ່ວນຕອນ​ບ່າຍ​ວັນ​ທີ 3 ຫາ​ຕອນ​ເຊົ້າວັນ​ທີ 4 ກັນຍາ, ຈີນ​ຈະ​ຈັດ​ກອງ​ປະຊຸມ​ເວທີ​ປຶກສາ​ຫາລື​ອຸດ​ສາຫະກຳການ​ຄ້າປະ​ເທດ​ບຣິກສ ທີ່​ມີ​ຂະໜາດ​ໃຫຍ່​ທີ່​ສຸດ​ໃນປັດຈຸບັນ ​ໂດຍ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ຈະ​ເຂົ້າຮ່ວມ​ພິທີ​ເປີດ​ກອງ​ປະຊຸມດັ່ງກ່າວ ​ທັງກ່າວ​ປາ​ໄສ ​ແລະ ຕອນ​ເຊົ້າວັນ​ທີ 4 ກັນຍາ, ກອງ​ປະຊຸມ​ພົບ​ປະລະ​ຫວ່າງ​ຜູ້ນຳ​ປະ​ເທດ​ບຣິກສ ກໍ​ຈະຈັດ​ຂຶ້ນຢູ່​ສູນ​ປະຊຸມ​ສາກົນ​ເມືອງ​ເຊ້ຍ​ເໝິນ. ທ່ານ​ຫວາງ​ຢີ້ ຊີ້​ວ່າ: ການ​ກຳ​ເນີ​ດກົນ​ໄກ​ບຣິກສ ​ແມ່ນ​ຄວາມ​ເປັນ​ຈິງທີ່​ຕ້ອງ​ເປັນ​ໄປ​ຕາມການ​ຜັນ​ແປ​ຂອງ​ສະຖານະ​ການ​​ໂລກ ​ແລະ ການ​ຊັ່ງຊາ​ລະຫວ່າງ​ກຸ່ມ​ກຳລັງ​ຕ່າງໆ ​ໃ​ນ​ໂລກ; ການ​ພັດທະນາ​ຂອງ​ກົນ​ໄກ​ບຣິກສ ​ໄດ້​ບົ່ງ​ບອກ​ວ່າ ຕະຫຼາດພັດທະນາ​ໃໝ່ ​ແລະ ປະ​ເທດ​ພວມ​ພັດທະນາ ຈະ​ມີ​ຖານະ​ແລະ​ບົດບາດ​ໃນ​ການຄຸ້ມຄອງ​ທົ່ວ​ໂລກ​ສູງ​ຂຶ້ນ​ເລື້ອຍໆ. ​ແນວ​ໃດ​ກໍ​ດີ, ຜ່ານ​ການ​ພັດທະນາ​ມາ​ເປັນ​ເວລາ 10 ປີ, ປະ​ເທດ​ບຣິກສ ​ໄດ້​ກາຍ​ເປັນ​​ກຳລັງສຳຄັນ ​ໃນ​ການ​ຊຸກ​ຍູ້​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ ລວມທັງຊຸກຍູ້​ການ​ປະຕິ​ຮູບ​ຄວາມ​ເປັນລະບຽບຮຽບຮ້ອຍ​ຂອງ​ໂລກ ​ແລະ ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຂອງ​ໂລກ ​ແລະ ປີ​ນີ້, ການ​ຮ່ວມ​ມື​ບຣິກສ ກໍ​ເລີ່​ມ​ເຂົ້າສູ່​ທົດ​ສະ​ວັດ​ທີ 2 ​ແລະຈີນ​ກໍ​​ແບກ​ຫາບ​ຄວາມ​ຮັບຜິດຊອບ​​ໃນ​ການ​ເປັນປະທານ​ໝູນວຽນ​ບຣິກສ ​ໃນ​ຈຸດ​ສຳຄັນ​ທີ່​ສືບ​ທອດ​ລະຫວ່າງກ່ອນ​ແລະຫຼັງ, ຈາກອັນ​ເກົ່າ​ຂະຫຍາຍ​ສູ່ອັນ​ໃໝ່​ຕໍ່​ຈາກ​ນີ້​ໄປ. ​ຂະນະ​ທີ່ໃນ​ໂລກ​ປັດຈຸບັນ, ສະຖານະ​ການ​ສາກົນ​ກໍປ່ຽນ​ແປງ​ຢ່າງ​ສະຫຼັບສັບ​ຊ້ອນ ​ໂດຍປະ​ເທດ​ບຣິກສ ​ໃນ​ຖານະ​ເປັນ​ຕົວ​ແທນຂອງຕະຫຼາດພັດທະນາ​ໃໝ່ ​ແລະ ປະ​ເທດ​ພວມ​ພັດທະນາ ຍ່ອມມີຄວາມ​ຮັບຜິດຊອບ ​ແລະ​ກໍ​ມີ​ຄວາມ​ສາມາດ​​ເສີມ​ຂະຫຍາຍ​ບົດບາດ​ທີ່​ຕັ້ງໜ້າ​ແລະ​ສ້າງສັນ ​​ເພື່ອຮັບ​ມື​ກັບ​ສິ່ງ​ທ້າ​ທາຍລວມຕ່າງ​ໆ​ໃນ​ທົ່ວ​ໂລກ. ​ແນວ​ໃດ​ກໍ​ດີ, ຈີນ​ຍິນ​ດີ​ສຸມ​ທຸກ​ຄວາມ​ພະຍາຍາມ​ຮ່ວມ​ກັບປະ​ເທດ​ສະມາຊິກ​ອື່ນໆ ພັດທະນາ​ກົນ​ໄກຮ່ວມ​ມືບຣິກສ​ ໃຫ້​ຂະຫຍາຍຕົນ, ຕິດ​ແທດ​ຕົວ​ຈິງ ແລະ ເຂັ້ມ​ແຂງຍິ່ງໆ​ຂຶ້ນ, ຍົກ​ລະດັບກົນ​ໄກ​ບຣິກສ​ ໃຫ້​ສູງ​ຂຶ້ນ ​ເພື່ອ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່ປະຊາຊົນ 5 ປະ​ເທດ​ບຣິກສ ທັງ​ເປັນ​ປະ​ໂຫຍ​ດຕໍ່​ທົ່ວ​ໂລກຕື່ມ​ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ