ການພົບ​ປະຂອງ​ຜູ້​ນຳ​ປະ​ເທດ​ບ​ຣິກ​ສ໌​ຄັ້ງ​ທີ 9 ​ພ້ອມ​ຕົ້ນ​ເດືອນ​ໜ້າ
2017-08-30 10:30:16  cri 
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ເປີດ​ເຜີຍ​ໃນ​ວັນ​ທີ 30 ສິງ​ຫາ​ນີ້ວ່າ: ການ​ພົບ​ປະ​ຂອງ​ຜູ້​ນຳ​ປະ​ເທດບ​ຣິກ​ສ໌​ຄັ້ງ​ທີ 9 ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ເຊ້ຍ​ເມີນ​ແຂວງ​ຟູ​ຈ້ຽນ​ໃນ​ວັນ​ທີ 3 ຫາ​ວັນ​ທີ 5 ເດືອນ​ໜ້າ ໂດຍເນັ້ນ "ລົງ​ເລິກ​ການ​ພົວ​ພັນ​ຄູ່​ຮ່ວມບ​ຣິກ​ສ໌,ພັດ​ທະ​ນາ​ອະ​ນາ​ຄົດ​ທີ່​ສົດ​ໃສ​ກວ່າ​ເກົ່າ". ໃນ​ໄລ​ຍະ​ນີ້ ຍັງ​ຈະ​ຈັດ​ກອງ​ປະ​ຊຸມ​​ປຶກ​ສາ​ຫາ​ລືຂອງ​ປະ​ເທດ​ພວ​ມ​ພັດ​ທະ​ນາ​ແລະ​ປະ​ເທດ​ທີ່​ເປັນ​ຕະ​ຫຼາດ​ຈະ​ເລີນ​ໃໝ່ ເຊິ່ງ​ກໍ​ເນັ້ນ "ລົງ​ເລິກ​ການ​ຮ່ວມ​ມື​ແບບ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ,ຊຸກ​ຍູ້​ການ​ພັດ​ທະ​ນ​ຮ່ວມ​ກັນ". ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ຈະ​ເປັນ​ປະ​ທານ​ການ​ພົບ​ປະ​ແລະ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື,ແລະ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຂອງ​ປະ​ເທດບ​ຣິກ​ສ໌​ແລະ​ກິດ​ຈະ​ກຳ​ອື່ນໆ​ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ