ເກີດ​​ເຫດພູ​ເຈື່ອນ​ຢູ່​ແຂວງ​ກຸ້ຍ​ໂຈ່ວ
2017-08-30 16:50:26  cri 


ເວ​ລາ​ປະ​ມານ 10 ໂມງ​ຂອງວັນ​ທີ 28 ສິງ​ຫາ​ນີ້, ຢູ່​​ກຸ່ມ​ບ້ານ​ຈ່າງ​ເຈ່ຍ​ຫວ່ານ​ເມືອງ​ນ້າ​ໂຢ່ງ​ແຂວງ​ກຸ້ຍ​ໂຈ່ວ ສ​ປ ​ຈີນ​ໄດ້​ເກີດ​ເຫດ​ພູ​ເຈື່ອນ ແລະຫຼັງ​ ​ເກີດ​ເຫດ​ ຕຳ​ຫຼວດ​ປະ​ກອບ​ອາ​ວຸດ​ໄດ້​ເຂົ້າ​ໄປ​ຊ່ວຍ​ເຫຼືອ​ທັນ​ທີ​ໂດຍ​ໄດ້​ສົ່ງ 15 ຄົນ​ທີ່​ຢູ່​ໃກ້​ຈຸດເກີດ​ເຫດ​ ​ລວມ​ທັງ​ໄດ້​ນຳ​ເອົາ​ອຸ​ປະ​ກອນ​ຊ່ວຍ​ເຫຼືອ​ແລະ​ສຳ​ຫຼວດວັດ​ແທກ 3 ຊຸດ ປະ​ກອບ​ເປັນ​ໜ່ວຍ​ຄົ້ນ​ຫາ​ແລະ​ຊ່ວຍ​ເຫຼືອ​​ເປັນ​ກອງນຳ​ໜ້າ​ເດີນ​ທາງ​ໄປ​​ຈຸດ​ເກີດ​ເຫດ​ຢ່າງ​ທັນ​ເວ​ລາ​ດ້ວຍ​ການ​ໄດ້ສຳ​ຫຼວດກວດ​ກາ​ສະ​ພາບ​ໄພ​ພິ​ບັດ​,ຄົ້ນ​ຄວ້າ​ແລະ​ຫາວິ​ທີ​ຄົ້ນ​ຫາ​ແລະ​ຊ່ວຍ​ເຫຼືອ ເພື່ອ​ເປັນ​ພື້ນ​ຖານໃຫ້​ແກ່​ການ​ນຳກຳ​ລັງ​ແລະ​ອຸ​ປະ​ກອນ​ຄົ້ນ​ຫາ​ແລະ​ຊ່ວຍ​ເຫຼືອແບບ​ວິ​ທະ​ຍາ​ສາດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​.
1  2  3  4  5  6  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ