ເຈົ້າ​ສາວ​ເດີນ​ທາງໄປເຂດ​ຊາຍ​ແດນໃນ​ໄລ​ຍະ​ທາງ 4000 ກິ​ໂລ​ແມັດ ​ເພື່ອ​ແຕ່ງດອງ
2017-08-30 16:59:51  cri 


ວັນ​ທີ 25 ສິງ​ຫາ​ນີ້, ກອງ​ຮ້ອຍ​ປ້ອງ​ກັນ​ເຂດ​ຊາຍ​ແດນ​ໄມ້​ຕ່ານ​​ສາ​ຂາ​ເຂດ​ທະ​ຫານ​ເຄີ​ຈື​ເລີ​ຊູ​ທີ່​ຂຶ້ນ​ກັບ​ທະ​ຫານ​ຊິ່ນ​ຈ່ຽງ​ໄດ້​ພິ​ທີ​ດອງ​ໃຫ້​ແກ່​ທ້າວ ໄມ​ເອີ​ຕານ ຫົວ​ໜ້າ​ກອງ​ຮ້ອຍ​ເຊິ່ງ​ເປັນ​ເຜົ່າ​ອຸຍ​ເກີ​ກັບ​ນາງ ອາ​ຢີ​ເຊຍ ຢ່າງ​ຄຶກ​ຄັກ ໂດຍ​ນາຍ​ແລະ​ພົນ​ທະ​ຫານກອງ​ຮ້ອຍ​ກໍ​ຄື​ກະ​ສິ​ກອນ​ລ້ຽງ​ສັດ​ຢູ່​ທ້ອງ​ຖິ່ນ​ຮ່ວມ​ເປັນ​ສັກ​ຂີ​ພິ​ຍານ. ກ່ອນ​ໜ້າ​ນີ້ 10 ປີ​ທັງ​ມັກ​ຮັກ​ກັນ​ແລະ​ຫຼັງ​ຈາກ​ໄມ​ເອີ​ຕານ​ຈົບ​ມະ​ຫາ​ວິ​ທະ​ຍາ​ໄລ​ການ​ທະ​ຫານ​ແລ້ວ ກໍ​ໄດ້​ສະ​ໝັກ​ໄປ​ປະ​ຈຳ​ການ​ຢູ່ກອງ​ປ້ອງ​ກັນ​ເຂດ​ຊາຍ​ແດນ​ເຂດ​ຊິ່ນ​ຈ່ຽງ. ຂະ​ນະ​ທີ່​ໃນ​ໄລ​ຍະ 10 ປີ​ຜ່ານ​ມາ, ນາງ ອາ​ຢີ​ເຊຍ ກໍ​ບໍ່​ປະ​ຄວາມ​ຕັ້ງ​ໃຈ​ແລະ​ຄວາມ​ຫວັງ​ໂດຍ​ໄດ້​ສະ​ໜັບ​ສະ​ໜູນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ​ຂອງ​ທ້າວ ໄມ​ເອີ​ຕານ ມາ​ໂດຍ​ຕະ​ຫຼອດ​ຈົນ​ເຖິງ​ປັດ​ຈຸ​ບັນ. ແນວ​ໃດ​ກໍ​ດີ​ເພື່ອ​ໜ້າ​ທີ່​ວຽກ​ງານ​ຂອງ​ທ້າວ ໄມ​ເຕີ​ຕານ ແລ້ວຈຶ່ງ​ໄດ້​ເລື່ອນ​ເວ​ລາ​ການ​ແຕ່ງດອງ​ເທື່ອ​ແລ້ວ​ເທື່ອ​ອີກ​ໂດຍ​ເດີມ​ແລ້ວ​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ກຸມ​ພາ​ປີ​ນີ້. ຈົນ​ມາ​ເຖິງ​ເດືອນ​ສິງ​ຫາ​ຈຶ່ງ​ໄດ້​ຈັດ​ວັນ​ວິ​ວາ​ມຸງ​ຄຸນ​ໂດຍ​ໃນ​ກາງ​ເດືອນ​ນີ້, ອາ​ຢີ​ເຊຍ​ໄດ້​ໃຊ້​ເວ​ລາ 2 ວັນ​ທັງ​ຂີ່​ລົດ​ໄຟ​ແລະ​ລົດ​ເມ ຈຶ່ງ​ເດີນ​ທາງ​ໄປ​ຮອດ​ເຂດ​ທະ​ຫານ​ຂອງ​ແຟັນ​ແລ້ວ​ເຂົ້າ​ຮ່ວມ​ພິ​ທີ​ແຕ່ງດອງ​ໃນ​ວັນ​ດັ່ງ​ກ່າວ​ດ້ວຍ​ຄວາມ​ສົມ​ຫວັງ.
1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ