ຈີນ​ລົງ​ນາມ "ສັນ​ຍາ​ຂອບ​ການ​ຄ້າ​​ເອ​ເລັກ​ໂຕ​ຣ​ນິກຂ້າມ​ຊາດ​ອາ​ຊີ​ປາ​ຊີ​ຟິກ​ ​"
2017-08-30 16:36:25  cri 
ວັນ​ທີ 29 ສິງ​ຫາ​ນີ້, ທ່​ານ​ລູ​ຈ້ຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ໄທ​ຄົນ​ໃໝ່​, ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ບັງ​ກະ​ລາ​ເດັດ​ແລະ​ກຳ​ປູ​ເຈຍ​ໄດ້​ຮ່ວມ​ກັນ​ລົງ​ນາມ "ສັນ​ຍາ​ຂອບການ​ຄ້າເອ​ເລັກ​ໂຕ​ຣ​ນິກ​ຂ້າມ​ຊາດ​ອາ​ຊີ​ປາ​ຊີ​ຟິກ" ຢູ່​ສູນ​ປະ​ຊຸມ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່​ບາງກອກ​ປະ​ເທດ​ໄທ, ໂດຍ​ໝັ້ນ​ໃຈ​ວ່າ​ສັນ​ຍາ​ດັ່ງ​ກ່າວ​​ຈະ​ສ້າງ​ຄວາມ​ສະ​ດວກ​ໃນ​ການ​ແລກ​ປ່ຽນ​ເອ​ກະ​ສານ​ການ​ຄ້າ​ທາງ​ເອ​ເລັກ​ໂຕຣນິກ, ຍົກ​ສູງ​ປະ​ສິດ​ທິ​ພາບ​ແລະ​ຄວາມ​ໂປ່ງ​ໃສ​ຂອງ​ການ​ຄ້າ​ສາ​ກົນ.

ສັນ​ຍາ​ດັ່ງ​ກ່າວ​ໄດ້ຮັບ​ຮອງ​ໃນ​ກອງ​ປະ​ຊຸມ​ປະ​ຈຳ​ປີ​ຄັ້ງ​ທີ 72 ຂອງ​ສະ​ພາ​ເສດ​ຖະ​ກິດ​ສັງ​ຄົມ​ອາ​ຊີ​ປາ​ຊິ​ຟິກ​ຫຼື​ແອັ​ສ​ແຄັບ​ທີ່​ຈັດ​ຂຶ້ນ​​ເມື່ອ​ປີ 2016, ແລະ​ເລີ່ມ​ໃຫ້​ສະ​ມາ​ຊິກ​ອົງ​ການ​ດັ່ງ​ກ່າວ​ລົງ​ນາມ​ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ​ຕຸ​ລາ. ​ແລະ​ຈະ​ມີ​ຜົນບັງ​ຄັບ​ໃຊ້​ເມື່ອ​ຢ່າງ​ໜ້ອຍ​ມີ 5 ປະ​ເທດ​ລົງ​ນາມ​ໃນ​ສັນ​ຍາ.

ຂ່າວ​ແຈ້​ງວ່າ, ​ມາ​ຮອດ​ເດືອນ​ເມ​ສາ​ປີ 2014, ທຸກໆ​ດ່ານ​ພາ​ສີ​ໃນ​ທົ່ວ​ປະ​ເທດ​ຈີນ​ໄດ້​ນຳ​ໃຊ້​ການ​ຄ້າ​ແບບ​ເອ​ເລັກ​ໂຕ​ຣ​ນິກ​ຫຼັງ​ເລີ່ມ​ທົດ​ລອງ​ເມື່ອ​ເດືອນ​ສິງ​ຫາ​ປີ 2012.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ