ກອງ​ປະ​ຊຸມ​ສຸດຍອດ​ທຸ​ລະ​ກິດ​ການ​ຄ້າ​ຈີນ-ອາ​ຊຽນ​ຈະ​ສ້າງ​ເວ​ທີ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ຄົບ​ວົງ​ຈອນ​ໃຫ້​ແກ່​ສອງ​ຝ່າຍ
2017-08-30 10:36:39  cri 
ເຈົ້າ​ໜ້າ​ທີ່​ສຳ​ນັກ​ເລ​ຂາ​ທິ​ການກອງ​ປະ​ຊຸມ​ສຸດຍອດ​ທຸ​ລະ​ກິດ​​ແລະ​ການ​ລົງ​ທຶນຈີນ-ອາ​ຊຽນ​ເປີດ​ເຜີຍ​ໃນ​ວັນ​ທີ 29 ສິງ​ຫາ​ນີ້​ວ່າ, ກອງ​ປະ​ຊຸມ​ສຸດຍອດ​ທຸ​ລະ​ກິດ​ແລະ​ການ​ລົງ​ທຶນ​ຈີນ​-ອາ​ຊຽນ​ຄັ້ງ​ທີ 14 ທີ່ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ໜານ​ໜິງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ​ແຕ່​ວັນ​ທີ 12 ຫາ 15 ກັນ​ຍາ​ປີ​ນີ້ ຈະ​ສ້າງ​ເວ​ທີ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ຈີນ-ອາ​ຊຽນ​ຄົບ​ວົງ​ຈອນ ​ດ້ວຍການ​ສົນ​ທະ​ນາ​ແລະ​ຈັດ​ກິດ​ຈະ​ກຳ​ໃນ​ຂະ​ແໜງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ສອງຝ່າຍຫຼືຫຼາຍ​ຝ່າຍ ເພື່ອ​ສ້າງ​ໂອ​ກາດ​ການ​ຄ້າ​ແລະ​ການ​ລົງ​ທຶນ​ໃຫ້​ແກ່​ວິ​ສາ​ຫະ​ກິດຫຼາຍກວ່າ​ເກົ່າ.

ຂ່າວ​ແຈ້ງວ່າ, ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້​ຈະ​ເນັ້ນ "ຮ່ວມ​ກັນ​ສ້າງ​ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສະ​ຕະ​ວັດ​ທີ 21 ແລະ​ຊຸກ​ຍູ້​ເສດ​ຖະ​ກິດ​ພາກ​ພື້ນ​ເຊື່ອມ​ໂຍງ​ເຂົ້າ​ກັນ​ດ້ວຍ​ການ​ທ່ອງ​ທ່ຽວ" ແລະ​ຈະ​ຈັດ​ກິດ​ຈະ​ກຳ​ຕ່າງໆ​ເຊັ່ນ: ກອງ​ປະ​ຊຸມ​ໂຕະ​ມົນ​ຜູ້​ນຳ​ປະ​ເທດ​ກິດ​ຕິ​ມະ​ສັກ​ກັບ​ນັກ​ທຸ​ລະ​ກິດ​ຈີນ, ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ຫົວ​ໜ້າ​ການ​ຄ້າ​ຈີນ-ອາ​ຊຽນ ແລະ​ອື່ນໆ.

ໃນ​ຖາ​ນະ​ເປັນ​ເວ​ທີ​ກາງ​ແຫ່ງ​ການ​ເປີດ​ປະ​ຕູ​ແລະ​ຮ່ວມ​ມື​ລະ​ຫວ່າງອາ​ຊຽນ​​ກັບຈີນ, ກອງ​ປະ​ຊຸມ​ສຸດຍອດ​ທຸ​ລະ​ກິດ​​ແລະ​ການ​ລົງ​ທຶນ​ຈີນ-ອາ​ຊຽນ​ໄດ້​ເປີດກວ້າງ​ຂອບ​ເຂດ​ບໍ​ລິ​ການ​ຂອງ​ຕົນ​ມາ​ໂດຍ​ຕະຫຼອດ ແລະ​ຮັບ​ໃຊ້​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ". ນັບ​ແຕ່​ຈັດ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ​ເມື່ອ​ປີ 2004 ເປັນ​ຕົ້ນ​ມາ, ມີ​ຜູ້​ນຳ​ຈີນ​ແລະ​ອາ​ຊຽນ 48 ທ່ານ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເປີດກອງ​ປະ​ຊຸມ​ສຸດຍອດ​ດັ່ງ​ກ່າວ. ປັດ​ຈຸ​ບັນ, ກອງ​ປະ​ຊຸມ​ຕ່າງໆ​ຂອງກອງ​ປະ​ຊຸມ​ສຸດຍອດ​ໄດ້​ຊຸກ​ຍູ້​ໃຫ້​ວິ​ສາ​ຫະ​ກິດ​ຈີນ​ໄປ​ລົງ​ທຶນຫຼາຍ​ໂຄງ​ການ​ໃຫຍ່​ຢູ່​ຫວຽດ​ນາມ, ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ ແລະ​ປະ​ເທດ​ອື່ນໆ​ໃນ​ອາ​ຊຽນ ແລະ​ໂດຍລວມ​ແລ້ວ​ມີ​ມູນ​ຄ່າ​ການ​ຮ່ວມ​ມືຫຼາຍກວ່າ 30 ຕື້​ໂດ​ລາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ