ຈີນ-ອາ​ຊຽນ​ປະ​ກວດພິ​ທີ​ການ​ຄັ້ງ​ທີ 13 ຢູ່​​​ຕາ​ນັງ
2017-08-31 15:50:13  cri 
​"ມາລະ​ຍາດ​ຕາ​ເວັນ​ອອກ" ​ຄືຫົວ​ຂໍ້​ໃນ​ເວ​ທີ​ປ​ະ​ກວດ​ພິ​ທີ​ການ​​ຈີນ-ອາ​ຊຽນ​​ຄັ້ງ​ທີ 13 ​ຮອບຊີງ​ຊະ​ນະ​ເລີດ​ທີ່ຈັດ​ຂຶ້ນ​ຢູ່​ກຳປັ່ນ​ໂດຍ​ສານ"ພູ​ໄທ້​ຊ່ານ​ຈີນ"​ໃນ​ເຂດທະ​ເລນະ​ຄອນ​ຕາ​ນັງສ​ສ​ຫວຽດ​ນາມ​ໃນ​ວັນ​ທີ 30 ສິງ​ຫານີ້, ສາວໆ​ທີ່​ຮ່ວມ​ປະ​ກວດ​ຈາກ​ຈີນ​ແລະ​ອາ​ຊຽນ 23 ຄົນໄດ້​ຂຶ້ນ​ເວ​ທີ​ປະ​ຊັນ​ຄວາມ​ສວຍ​ງາມ​ຕາມວັດ​ທະ​ນະ​ທຳ​​ພິ​ທີ​ການ​​ຂອງ​ແຕ່​ລະປະ​ເທດ.

  ທ່ານ​ສູ​ນິງ​ນິງ ​ຫົວ​ໜ້​າ​ປະ​ຕິ​ບັດ​ງານ​ຂອງ​ສະ​ພາ​ມົນ​ຕີ​ການ​ຄ້າ​ຈີນ-ອາ​ຊຽນ​ກ່າວວ່າ, ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ມະ​ນຸດ​ແມ່ນ​ພື້ນ​ຖານ​ແຫ່ງ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ, ສ່ວນ​ພິ​ທີ​ການ​ແມ່ນ​ເນື້ອ​ໃນ​ສຳ​ຄັນ​ຢ່າງ​ໜຶ່ງ​ໃນ​ການ​ເພີ່ມ​ທະ​ວີ​​ການ​ແລກ​ປ່ຽນ​ແລະຄວາມ​ເຂົ້າ​ໃຈກັນ ແລະ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ​ສອງ​ຝ່າຍ. 

ທ່ານ​ນາງ​ພ່ານ​ຫຼິງ ປະ​ທານ​ປະ​ຕິ​ບັດ​ງານ​ຂອງ​ຄະ​ນະ​ກຳ​ມະທິ​ການ​ຈັດ​ຕັ້ງ​ການ​ປະ​ກວດ​ພິ​ທີ​ການ​ຈີ​ນ-ອາ​ຊຽນກ່າວ​ວ່າ, ການ​ປະ​ກວດ​ດັ່ງ​ກ່າວສະ​ແດງ​ໃຫ້​ເຫັນ​ວັດ​ທະ​ນະ​ທຳ​ອາ​ຊຽນ​ຫຼາຍກວ່​າເກົ່າ ເຊິ່ງນອກ​ຈາກ​ໄດ້​ຈັດ​ການ​ປະ​ກວດ​ຢ່າງປະຈຳ​ແລ້ວ ​ຍັງ​ໄດ້​ຄັດ​ເລືອກ​ຊາວ​ໜຸ່ມ​ດີ​ເດັ່ນ 25 ຄົນ​ຈາກ​ຈີນ​ແລະ​ອາ​ຊຽນ​ເປັນໂຕ​ແທນ​ພິ​ທີ​ການ, ເພື່ອ​ເຜີຍ​ແຜ່​ວັດ​ທະ​ນະ​ທຳ​ດ້ານນີ້, ທັງ​ຂອງ​ຈີນ​ແລະ​ອາ​ຊຽນ​ໃຫ້​ປະ​ຊາ​ຊົນ​ຈີນ​ແລະທົ່ວ​ໂລກ​ຮັບ​ຮູ້​ຄວາມ​ງົດ​ງາມ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ