ທະ​ນາ​ຄານ​ພັດ​ທະ​ນາ​ໃໝ່ບ​​ຣິກສະ​ໜອງເງິນ​ກູ້​​ໃຫ້​ຈີນ
2017-08-31 17:06:40  cri 
ທະ​ນາ​ຄານ​ພັດ​ທະ​ນາ​ໃໝ່ບ​​ຣິກ​​ປະ​ກາດ​ຢູ່​ນະ​ຄອນ​ຊຽງ​ໄຮ​ໃນຕອນ​ຄ່ຳ​ວັນ​ທີ 30 ສິງ​ຫານີ້ວ່າ, ​ໄດ້​ອະ​ນຸ​ມັດ​ເງິນ​ກູ້​​ໃຫ້ 4 ປະ​ເທດ​ສະ​ມາ​ຊິກ ປະ​ມານ 1 ຕື້ 400 ລ້ານ​ໂດ​ລາ​ສະ​ຫະ​ລັດ, ໃນນີ້ ຈີນ​ມີ 2 ໂຄງ​ການ​ຄື ​ໂຄງ​ການ​​ແກ້​ໄຂ​ແມ່ນ້ຳ​ສ່ຽງ​ຈ່ຽງ​ແຂວງ​ຫູ​ໜານ ແລະ​ໂຄງ​ການ​ປະ​ຢັດ​ພະລັງງານ​ແຂວງ​ຈ່ຽງ​ຊີ່, ສ່ວນອີກ 2 ໂຄງ​ການ​ເປັນ​ຂອງ​ອິນ​ເດຍ​ແລະ​​ຣັດ​ເຊຍ.

ທ່ານກາ​ມັດ ຜູ້​ອຳ​ນວຍການ​ທະ​ນາ​ຄານ​ພັດ​ທະ​ນາ​ໃໝ່​ບ​​ຣິກ​ກ່າວ​ວ່າ, 4 ໂຄງ​ການ​ດັ່ງ​ກ່າວນີ້​ ສອດ​ຄ່ອງ​ກັບ​ບາດ​ກ້າວການ​ພັດ​ທະ​ນາ​ຂອງ​ປະ​ເທດ​ສະ​ມາ​ຊິກ ແລະ​ສ່ອງ​ແສງ​ໃຫ້​ເຫັນ​ວ່າ ທະ​ນາ​ຄານຈະ​ເອົາ​ໃຈ​ໃສ່​​ຕໍ່​ການ​ພັດ​ທະ​ນາ​ແບບ​ຍື​ນ​ຍົງ, ​ສ່ວນ​ໃນ​ຕໍ່​ໜ້າ ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່​ສະ​ໜອງ​ເງິນ​ກູ້ໃຫ້​ແກ່​ໂຄງ​ການ​ທີ່​ສາ​ມາດ​ປັບ​ປຸງ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນຢ່າງ​ຕໍ່​ເນື່ອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ