ພັກ​ການ​ເມືອງ 9 ພັກ​ຂອງ​ກຳ​ປູ​ເຈຍ​ອາດ​ຈະ​ຖືກ​ຍຸບ​ຍ້ອນ​​ລະ​ເມີດ​ກົດ​ໝາຍ​ພັກ​ການ​ເມືອງ
2017-08-31 11:32:44  cri 
ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ ຊາ​ເຄັງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ​ປະ​ເທດກຳ​ປູ​ເຈຍ​ໄດ້​ຂໍ​ໃຫ້​ສານ​ສູງ​ສຸດ​​ປະ​ເທດ​ຕົນ ຍຸບ 9 ​ພັກ​ການ​ເມືອງ​ທີ່ລະເມີດ​ກົດ​ໝາຍ​ພັກ​ການ​ເມືອງ.

ໜັງ​ສື​ພິມ Khmer Daily ສະ​ບັບ​ພາ​ສາຈີນ​ຢູ່​ທ້ອງ​ຖິ່ນ​ລາຍ​ງານ​ວ່າ: ທ່ານ ຊາ​ເຄັງ ກ່າວ​ຕໍ່​ສາ​ນ​ສູງ​ສຸດ​ກຳ​ປູ​ເຈຍ​ວ່າ: ທັງ 9 ພັກ​ການ​ເມືອງບໍ່​ໄດ້​ຍື່ນ​ບົດ​ລາຍ​ງານ​ປະ​ຈຳ​ປີມາ​ຫາ​ກະ​ຊວງ​ຂອງ​ຕົນ ເຊິ່ງ​ເປັນ​ການລະ​ເມີດ​ກົດ​ໝາຍ​ພັກ​ການ​ເມືອງ. ​ຂະ​ນະ​ທີ່​ທາງພັກ​ການ​ເມືອງ​​ຍັງ​ຖືກ​ຟ້ອງ​ຂຶ້ນ​ສານ​ຊັ້ນ​ຕົ້ນພະ​ນົມ​ເປັນ​ຕື່ມ​ອີກ.

ທ່ານ ຊາ​ເຄັງ ​ກ່າວ​ອີກວ່າ: ມາ​ຮອດ​ປັດ​ຈຸ​ບັນ​, ພັກ​ດັ່ງ​ກ່າວ​ບໍ່​ໄດ້​​ລົງ​ທະ​ບຽນ​ຕື່ມ​ແລະ​ບໍ່ປະ​ຕິ​ບັດ​ໜ້າ​ທີ່​ພັກ​ການ​ເມືອງ​ຕໍ່​ກະ​ຊວງ​ພາຍ​ໃນ​ຕາມ​ກົດ​ໝາຍ​ພັກ​ການ​ເມືອງ. ​ຈາກ​ນີ້​ຈຶ່ງ​ໄດ້​ຂໍ​ໃຫ້​ຜູ້​ພິ​ພາກ​ສາ​ສານ​ສູງ​ສຸດ​ກຳ​ປູ​ເຈຍ​ພິ​ຈາ​ລະ​ນາ​ແລະ​ຕັດ​ສິນ​ຕາມ​ໃບ​ຂໍ​ໃຫ້​ຍຸບ​ພັກ​ດັ່ງ​ກ່າວ.

​ຂ່າວ​ແຈ້ງວ່າ: ໃນ​ການ​ເລືອກ​ຕັ້ງ​ທ້ອງ​ຖິ່ນຊຸດ​ໃໝ່​ທີ່​ຈັດ​ຂຶ້ນ​ໃນ​ເດືອນ​ມິ​ຖຸ​ນາ​ປີ​ນີ້ ມີ 12 ​ພັກ​ການ​ເມືອງ​ເຂົ້າ​ຮ່ວມລົງ​ເລືອກ​ຕັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ